ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນໂດເນເຊຍ ຈັດ​ຊື້​ອາວຸດ​ປ້ອງ​ກັນຊາ​ດຫຼາຍທີ່​ສຸດ​ໃນອາຊຽນ


     ເວັບໄຊ້ຂ່າວການທະຫານ ຫວຽດນາມ ໃຫ້ຮູ້ວ່າ: ທ່ານ ປຣາໂວໂບ ລັດຖະມົນຕີ ປ້ອງກັນປະເທດ ອິນໂດເນເຊຍ ໄດ້ລົງນາມໃນຂໍ້ຕົກລົງ ກັບ ຝຣັ່ງ
ໃນການຊື້ເຄື່ອງບິນຮົບ Dassault Rafale 42 ລໍາ ແລະ ເຮືອດຳນ້ຳ Scorpene 2 ລໍາ. ຫຼັງຈາກນັ້ນ, ອາເມຣິກາ ຍັງໄດ້ອະນຸມັດຂາຍເຄື່ອງບິນຮົບ F-
15EX ຈຳນວນ 36 ລໍາໃຫ້ ອິນໂດເນເຊຍ ມີມູນຄ່າ 22 ຕື້ໂດລາສະຫະລັດ.

     ນັບແຕ່ປີ 2021 ເປັນຕົ້ນມາ, ອິນໂດເນເຊຍ ຍັງປະກາດແຜນການຊື້ກຳປັ່ນຮົບ FREMM ຈຳນວນ 6 ລໍາ ແລະ ກຳປັ່ນຮົບ Maestrale 2 ລໍາຈາກ
ອີຕາລີ, ເປັນການຈ່າຍຜ່ອນໄລຍະຍາວຈຳນວນເງິນ 125 ຕື້ໂດລາສະຫະລັດ. ເຫດຜົນທີ່ ອິນໂດເນເຊຍ ເພີ່ມທະວີການຫັນເປັນທັນສະໄໝດ້ານການປ້ອງ
ກັນປະເທດ ແມ່ນເຫັນໄດ້ຈະແຈ້ງວ່າ, ອິນໂດເນເຊຍ ກໍາລັງປະເຊີນກັບບັນຫາທາງທະເລຈາກກອງກໍາລັງຫຼາຍຝ່າຍ. ດັ່ງນັ້ນຈຶ່ງຕ້ອງການກໍາປັ່ນດໍານໍ້າລໍາໃໝ່
ເພື່ອປະຈໍາການເນື່ອງຈາກໃນປີ 2021 ກຳປັ່ນດຳນ້ຳ KRI Nanggala (402) ອາຍຸ 40 ປີ ຂອງກອງທັບເຮືອໄດ້ຈົມລົງທະເລ ພາຍຫຼັງເກີດບັນຫາດ້ານ
ເຕັກນິກ.

     ເຖິງຢ່າງໃດກໍຕາມ, ການຕັດສິນໃຈຊື້ອາວຸດນໍາຫຼາຍປະເທດພວມເຮັດໃຫ້ ອິນໂດເນເຊຍ ປະເຊີນໜ້າກັບຂໍ້ຈຳກັດບາງຢ່າງ. ນອກຈາກຄ່າໃຊ້ຈ່າຍເພີ່ມ
ເຕີມ, ຄວາມຊັກຊ້າໃນການຜະລິດອາວຸດ, ການເຝິກອົບຮົມ, ການຊື້ອາໄຫຼ່ ແລະ ການບໍາລຸງຮັກສາທັງໝົດ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 17/05/2022