ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດໂບອິງ ສ​ະ​ເໜີຂາຍເຮືອບິນ F-15EX ໃຫ້ກັບ ອິນເດຍ


ເຮືອບິນຂັບໄລ່ລຸ້ນ F-15EX

     ເມື່ອບໍ່ດົນມານີ້, ບໍລິສັດໂບອິງ ຜູ້ຜະລິດເຮືອບິນໄດ້ເປີດເຜີຍວ່າທາງບໍລິສັດ ແລະ ລັດຖະບານ ສະຫະລັດ ໄດ້ນໍາສະເໜີເຮືອບິນຂັບໄລ່ລຸ້ນ F-15EX
ໃຫ້ກັບກອງທັບອາກາດ ອິນເດຍ ພ້ອມກັບແຜນ ການສະໜັບສະໜູນທາງດ້ານອຸດສາຫະກໍາໃຫ້ກັບ ອິນເດຍ.

     ທ່ານ ແອນກູ ການາເລກາ ຫົວໜ້າໂຄງການຊື້ເຮືອບິນຂັບໄລ່ຂອງ ອິນເດຍ ໄດ້ກ່າວເຖິງຂໍ້ສະເໜີທີ່ທາງ ບໍໍລິສັດໂບອິງ ສະເໜີໃຫ້ລັດຖະບານ ອິນເດຍ
ຄັ້ງນີ້ວ່າ: ຈະນໍາເອົາຄໍາສະເໜີດັ່ງກ່າວໄປປຶກສາຫາລືກັບຄະນະລັດຖະບານ ອິນເດຍ ກ່ອນ ແລະ ມີແຜນຈະຫາລືກັນອີກຄັ້ງໃນງານສະແດງເຮືອບິນຂອງ ອິນ
ເດຍ ເຊິ່ງຈະຈັດຂຶ້ນທີ່ເມືອງບັງກາລໍໃນມໍ່ໆນີ້. ທາງດ້ານຕົວແທນຂອງ ບໍລິສັດໂບອິງ ຍັງໄດ້ກ່າວຕໍ່ສໍານັກຂ່າວ ເຈນວ່າ: ເຮືອບິນລຸ້ນ F-15EX ທີ່ທາງ ບໍ
ລິສັດໂບອິງ ໄດ້ນໍາສະເໜີໃຫ້ກັບ ອິນເດຍ ນັ້ນຈະໄດ້ສິດທິໃນການປະກອບພາຍໃນປະເທດ ແລະ ອິນເດຍ ເອງກໍຈະໄດ້ເປັນສູນສ້ອມແປງເຮືອບິນຂອງ ໂບ
ອິງໃນເຂດ ອາຊີ ອີກດ້ວຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 18/02/2022