ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດແອັດສະປາຍເປີດໂຕເກີບ ແລະ ເຄື່ອງນຸ່ງທີ່ຜະລິດຈາກໃບໝາກນັດ


ບໍລິສັດ Ananas Anamໃນແອັດສະປາຍເປີດໂຕເກີບທີ່ຜະລິດຈາກໃບໝາກນັດ

     ບໍລິສັດ Ananas Anam ໃນແອັດສະປາຍເປີດໂຕເກີບແບບໃໝ່ເພື່ອສິ່ງແວດລ້ອມໂດຍຜະລິດຈາກໃບໝາກນັດທີ່ເຮົາຮູ້ຈັກກັນດີເຊິ່ງໃຊ້ເວລາ 8 ປີ ໃນການວິໄຈ
ຜ້າຊະນິດໃໝ່ທີ່ຜະລິດຈາກໃບໝາກນັດໂດຍຕັ້ງຊື່ວ່າ Pina­tex. ສ່ວນຮູບຮ່າງລັກສະນະກໍຄືເກີບທົ່ວໄປ. ທ່ານ ຄຸນຄາເມນ ໄຮໂຮຊ່າ ຜູ້ກໍ່ຕັ້ງບໍລິສັດ Ananas Anam
ກ່າວວ່າ: Pinatex ຄືວັດສະດຸແຜ່ນແພແບບໃໝ່ທີ່ຜະລິດຈາກເສັ້ນໄຍຂອງໃບໝາກນັດ ເຊິ່ງປົກກະຕິແລ້ວໃບໝາກນັດນັ້ນຈະຖືກຖິ້ມເປັນສິ່ງເຫຼືອໃຊ້ ຫຼັງຈາກເກັບກ່ຽວ
ໝາກນັດໄປແລ້ວ. ໂດຍໄດ້ຮ່ວມມືກັບຊາວກະສິກອນຜູ້ປູກໝາກນັດໃນຟີລິບປິນເພື່ອນຳໃບໝາກນັດທີ່ເຫຼືອຖິ້ມມາສະກັດເອົາເສັ້ນໄຍອອກມາ ເຊິ່ງເສັ້ນໄຍນັ້ນຈະມີ
ຄວາມໜຽວ, ແຂງແຮງ ແລະ ຍືດຍຸນສູງ. ທຳອິດແມ່ນນຳເອົາມາຜະລິດແຜພັນຄໍ, ຕໍ່ມາຈຶ່ງເຮັດເປັນເສື້ອນຸ່ງ ເຊິ່ງໄດ້ຄວາມນິຍົມຫຼາຍຈຶ່ງຕໍ່ຍອດມາຜະລິດເປັນເກີບ.

     ຄົນທີ່ເຄີຍນຸ່ງເສື້ອ ແລະ ໃສ່ເກີບທີ່ຜະລິດຈາກ Pinatex ບອກວ່າເຄື່ອງນຸ່ງທີ່ຜະລິດຈາກວັດສະດຸນີ້ຍັງເຂົ້າຮູບເຖິງແມ່ນຜ່ານໄປເປັນປີ ແລະ ຍັງແຫ້ງໄວ, ເຮັດຄວາມ
ສະອາດງ່າຍ ເໝືອນໜັງສັດນອກຈາກນີ້ ຍັງເປັນການນຳຂີ້ເຫຍື້ອເຫຼືອຖິ້ມໄປໃຊ້ທາງການກະສິກອນແນທທີ່ຈະຕ້ອງໃຊ້ໜັງສັດ ຫຼື ໜັງທຽມທີ່ຕ້ອງໃຊ້ກຳມະວິທີການຜະ
ລິດທີ່ເປັນອັນຕະລາຍຕໍ່ສິ່ງ ແວດລ້ອມ. ໂດຍທາງບໍລິສັດມີແຜນຈະຂະຫຍາຍໄປສູ່ຕະຫຼາດໃໝ່ໆລວມເຖິງຕະຫຼາດເຟີນີເຈີ ແລະ ເບາະລົດໃຫຍ່ອີກດ້ວຍ.