ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາເມຣິກາ ຂຸ້ນ​ຂ້ຽວ​ໃນ​ການຜະລິດ​ຍົນ​ຖິ້ມ​ລະ​ເບີ​ດ B-21


ຍົນຖິ້ມລະເບີດ B-21

     ຕັ້ງແຕ່ຕົ້ນປີນີ້, ກອງທັບອາກາດ ສະຫະລັດອາເມຣິກາ ໄດ້ພັດທະນາເຮືອບິນຖິ້ມລະເບີດຍຸດທະສາດ B-21 ເພື່ອສະແດງອອກສູ່ໂລກພາຍນອກດ້ວຍ
ວິທີການຕ່າງໆ, ເພື່ອປະກາດໃຫ້ຄົນພາຍນອກຮູ້ວ່າຍົນຖິ້ມລະເບີດຍຸດທະສາດລຸ້ນຕໍ່ໄປຂອງທະຫານ ສະຫະລັດອາເມຣິກາ ຈະຮັກສາຍຸດທະສາດໃນອະນາ
ຄົດໄດ້.

     ຕົ້ນປີນີ້, ກອງທັບອາກາດ ອາເມຣິກາ ໄດ້ເຜີຍແຜ່ຮູບລັກສະນະຂອງຍົນຖິ້ມລະເບີດ B-21, ພ້ອມໄດ້ເປີດເຜີຍຂອບເຂດການເຄື່ອນໄຫວຂອງ B-21
ໃນອະນາຄົດ. ຍົນຖິ້ມລະເບີດ B-21 ແມ່ນໜຶ່ງໃນກຳລັງຫຼັກຂອງ ທະຫານອາເມຣິກາ ໃນການຮັບມືກັບການປະເຊີນໜ້າທາງທະຫານໃນຍຸກຂອງການແຂ່ງ
ຂັນດ້ານກຳລັງທີ່ຍິ່ງໃຫຍ່.

     ຍົນຖິ້ມລະເບີດ B-21 ມີຕົ້ນກຳເນີດມາຈາກ "ໂຄງການຜະລິດຍົນຖິ້ມລະເບີດ" ທີ່ສະເໜີໂດຍກອງທັບອາເມຣິກາ ໃນປີ 2010, ໂຄງການດັ່ງກ່າວໄດ້
ຖືກອະນຸມັດໃນເດືອນກຸມພາປີ 2011. ໃນວັນທີ 6 ກຸມພາ 2016, ກອງທັບອາກາດ ສະຫະລັດອາເມຣິກາ ໄດ້ຕັ້ງຊື່ຢ່າງເປັນທາງການວ່າ "ຍົນຖິ້ມ ລະເບີດ
ໂຈມຕີໄລຍະໄກ B-21, ເຊິ່ງເປັນຍົນຖິ້ມລະເບີດທີ່ທັນສະໄໝທີ່ສຸດໃນສະຕະວັດທີ 21.

     ປັດຈຸບັນຍົນລໍາດັ່ງກ່າວກຳລັງຜະລິດຢູ່ໃນໂຮງງານກອງທັບອາກາດແຫ່ງທີ 42 ທີ່ ລັດຄາລີຟໍເນຍ. ກອງທັບ ສະຫະລັດ ຄາດວ່າເຮືອບິນ B-21 ຈະຖືກ
ບິນຄັ້ງທຳອິດໃນທ້າຍປີ 2021 ແລະ ຈະສ້າງເປັນກຳລັງແຮງຂອງກອງທັບ ອາເມຣິກາ ໃນປີ 2030.

     ຍົນ B-21 ມີເຄື່ອງຈັກ F-135 ສອງເຄື່ອງ ເຊິ່ງສາມາດບັນຈຸລະເບີດເຖິງ 10 ໂຕນ, ມັນສາມາດຍິງລູກສອນໄຟຂັບ​ໄລ່​ຍົນ, ລູກສອນໄຟລະເບີດ
ເຈາະພື້ນດິນ ແລະ ລູກສອນໄຟ ທີ່ຕິດຫົວຮົບນິວເຄລຍ. ລະດັບຄວາມສາມາດໃນການບິນຫຼາຍກວ່າ 8.000 ກິໂລແມັດ ໂດຍບໍ່ຈໍາ​ເປັນຕ້ອງລົງຈອດ
ເຕີມນໍ້າມັນ, ມີລະບົບປ້ອງກັນເອເລັກໂຕຣນິກ, ລະບົບຄວບຄຸມການບິນ. ການພັດທະນາຄັ້ງນີ້ແມ່ນວິສາຫະກິດການທະຫານທີ່ມີຊື່ສຽງ, ສະຫະລັດທີ່ສະ
ທ້ອນໃຫ້ເຫັນເຖິງຄວາມກ້າວໜ້າຂອງ ກອງທັບອາເມຣິກາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 19/08/2021