ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ເມ​ລິ​ກາ​ ສຳ​ເລັດ​ການ​ທົດ​ລອງ​ບິນເຮລີກົບແຕບໍ່ມີຄົນຂັບ​ເທິງ​ດາວ​ອັງຄານ


ເຮລີກົບແຕບໍ່ມີຄົນຂັບ​ເທິງ​ດາວ​ອັງຄານ

     ສຳນັກຂ່າວຊິນຮວາ ໃຫ້ຮູ້ໃນ ວັນທີ 19 ເມສາ ນີ້ວ່າ: ອົງການ NASA ໄດ້ເປີດເຜີຍຂໍ້ມູນ, ໂດຍໃຫ້ຮູ້ວ່າ: ເຮລີກົບແຕ ທີ່ບໍ່ມີຄົນຂັບ ”Witty” ໄດ້
ສຳເລັດການບິນຄັ້ງທຳອິດຢູ່ເທິງດາວອັງຄານ, ນີ້ແມ່ນເທື່ອທຳອິດທີ່ເຮືອບິນຜະລິດ ໂດຍມະນຸດສາມາດຄວບຄຸມການບິນໄດ້ເທິງດາວອັງຄານ.

     ທີມງານ ”Giz” ລະບຸວ່າ, ຂໍ້ມູນທີ່ສົ່ງຈາກດາວອັງຄານກັບມາສູ່ໂລກໄດ້ສະແດງໃຫ້ເຫັນວ່າ, ທິມງານໄດ້ສຳເລັດການບິນຄັ້ງທຳອິດຢູ່ເທິງດາວອັງຄານ,
ໂດຍໃຊ້ເວລາທົດລອງບິນປະມານ 40 ວິນາທີ. ຫຼັງຈາກບິນຂຶ້ນຈາກພື້ນປະມານ 3 ແມັດ, ເຮລີກົບແຕ ໄດ້ທົດລອງປະຕິບັດການຕັ້ງຄ່າທັງໝົດລວມທັງ
ການຂຶ້ນ ແລະ ລົງຈອດ ໂດຍສາມາດຮັບປະກັນຄວາມແນ່ນອນໄດ້.

     ອີງຕາມການລາຍງານຂອງ ທີມງານ, ເວລາທົດລອງການບິນຂອງ ”Witty” ແມ່ນເວລາ 3:34 ໃນ ວັນທີ 19 ເມສາ ແລະ ສົ່ງຂໍ້ມູນກັບມາສູ່ໂລກໃນ
ເວລາ 6:46 (ເວລາ 19:46 ໂມງ ຂອງອາຊຽນ). ອີງຕາມການລາຍງານ, ທີມງານດັ່ງກ່າວຈະສືບຕໍ່ວິເຄາະຂໍ້ມູນ ແລະ ສະພາບຂອງການທົດລອງບິນ ຄັ້ງ
ທຳອິດຂອງເຮືອບິນເຮລີກົບແຕ, ພ້ອມວາງແຜນການສໍາລັບການບິນທົດລອງຄັ້ງຕໍ່ໄປ. ທີມງານໃຫ້ຮູ້ຕື່ມອີກວ່າ: ພວກເຂົາຈະທໍາການບິນທົດລອງຄັ້ງທີ 2
ແມ່ນບໍ່ໃຫ້ກາຍ ວັນທີ 22 ເມສາ ນີ້.