ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອູແກຣນ ປັບປຸງລະບົບປ້ອງກັນ​ໄພ​ທາງອາກາດ

     ອີງຕາມການເປີດເຜີຍຂອງ Defenc-Blog ວ່າ: ກອງທັບອາກາດ ອູແກຣນ ໄດ້ມີການປັບປຸງ ລະບົບປ້ອງກັນອາກາດ S-125 ສະໄໝ ໂຊວຽດ ອີກໜຶ່ງລະບົບເພື່ອນໍາ
ມາໃຊ້ງານໃໝ່ໃນກອງທັບ ຫຼັງຈາກໄດ້ປົດປະຈໍາການໄປແລ້ວເມື່ອປີ 2013 ໂດຍໄດ້ນໍາມາໃຊ້ທົດລອງໃນການຊ້ອມຮົບປະຈໍາປີທີ່ຈັດຂຶ້ນເມື່ອຕົ້ນເດືອນ ສິງຫາ.

     ລະບົບປ້ອງກັນໄພທາງອາກາດລຸ້ນ S-125 Neva/Pec hora ຫຼື ໃນຊື່ເອີ້ນຂອງ ນາໂຕ ວ່າ: Sa-3 Goa ລະບົບດັ່ງກ່າວໄດ້ນໍາເຂົ້າປະຈໍາການໃນກອງທັບ ໂຊວຽດ
ເມື່ອປີ 1961, ເຊິ່ງມີໄລຍະຍິງ 35 ກິໂລແມັດ ອອກແບບເພື່ອນໍາມາໃຊ້ງານຄູ່ກັບລະບົບປ້ອງກັນໄພທາງອາກາດລຸ້ນ S-25 Berkut (SA-1 Guild) ແລະ S-75 Dvina
(SA-2 Guideline) ເຖິງແມ່ນວ່າມາຮອດປັດຈຸບັນມີອາຍຸໄດ້ 60 ປີ ແລະ ຫຼາຍໆປະເທດ ໄດ້ປົດປະຈໍາການໄປແລ້ວແຕ່ກໍຍັງມີການຜະລິດສົ່ງອອກທີ່ເປັນລຸ້ນຍົກລະດັບ
ໃໝ່ ໃຫ້ແກ່ລູກຄ້າຕ່າງປະເທດໂດຍມີຊື້ວ່າ: Pechora-2M ທີ່ມີຫຼາຍປະເທດຊື້ໄປໃຊ້ງານເຊັ່ນ: ມຽນມາ, ຊີຣີ, ເວເນຊູ ເອລາ.