ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ເຊັນສັນຍາຊື້ຍົນ​ຝຶກແອບຈາກ ສາທາລະນະລັດ ເຊັກ


ຍົນ​ຝຶກແອບລຸ້ນ L-39NG

     ອີງຕາມການລາຍງານຂອງສໍານັກຂ່າວເຈມ ໂດຍອ້າງຂໍ້ມູນຈາກ ບໍລິສັດ OMNIPOL ຂອງ ສາທາລະນະລັດ ເຊັກ ເປີດເຜີຍວ່າ: ຫວຽດນາມ ໄດ້
ເຊັນສັນຍາຊື້ຍົນເຝິກແອບລຸ້ນ L-39NG ຈໍານວນ 12 ລໍາ ໃນສັນຍານັ້ນ ໄດ້ລວມໄປເຖິງເຄື່ອງອາໄຫຼ່, ອຸປະກອນໃນການເຝິກ ແລະ ອຸປະກອນສະໜັບ
ສະໜູນຕ່າງໆ ທີ່ຜະລິດໂດຍບໍລິສັດ Aero Vo­dochody AEROSPACE ຂອງ ສາທາລະນະລັດ ເຊັກ ເຊິ່ງເປັນບໍລິສັດສາຂາຂອງບໍລິສັດ ໃຫຍ່
ເຊັ່ນ: OMNIPOL ເຊິ່ງມີກໍານົດສົ່ງ-ມອບລະຫວ່າງປີ 2023-2024.

     ຍົນເຝິກແອບລຸ້ນ L-39NG ໄດ້ຮັບການເປີດຕົວໃນ ເດືອນ ຕຸລາປີ 2018 ແລະ ຫາກໍສໍາເລັດ ການທົດສອບບິນໃນ ປີ 2020, ຍົນລຸ້ນນີ້ໄດ້ຮັບ
ການພັດທະນາຕໍ່ຈາກ ຍົນລຸ້ນ L-39 Albatross ເຊິ່ງມີການໃຊ້ງານມາແລ້ວຫຼາຍສິບປີໃນຫຼາຍໆປະເທດທົ່ວໂລກ, ເຊິ່ງ ຫວຽດນາມ ກໍມີປະຈໍາການ ໃນ
ກອງທັບອາກາດເຊັ່ນ: ລຸ້ນ L-39 ,ລຸ້ນ L-39C.