ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

Tu-160 ​ເປັນໜຶ່ງ​ໃນ​ເຄື່ອງບິນສູ້​ຮົບ​ຫຼັກ ​ທີ່​ປະຈຳການ​ຢູ່​ໃນ​ກອງທັບ​ ຣັດ​ເຊຍ


ເຄື່ອງບິນຖິ້ມລະເບີດ Tu-160

     ເຮືອບິນຖິ້ມລະເບີດ Tu-160 ເປັນເຄື່ອງບິນປະເພດທີ່ຍີງໄດ້ໃນໄລຍະໄກ ແລະ ຕົງ​​ເປົ້າ, ເຊິ່ງຖືກປະດິດຂຶ້ນໃນສະໄໝສົງຄາມໂລກຄັ້ງທີ່ສອງ.

     ວິທີການຕໍ່ສູ້ຂອງເຄື່ອງບີນຮົບ Tu-160 ສ່ວນໃຫຍ່ແມ່ນຈະບິນລະດັບສູງ, ມັນສາມາດຍິງລູກສອນໄຟໄລຍະໄກໄດ້. Tu-160 ສາມາດບິນລະດັບ
ສູງກາຍຂອບເຂດທີ່ກໍາລັງປ້ອງກັນທາງອາກາດຂອງສັດຕູ ຈະຈັບເຄືອຂ່າຍໄດ້, ສະນັ້ນຈຶ່ງເໝາະກັບການໂຈມຕີເປົ້າໝາຍສຳຄັນຕ່າງໆ. ນອກນັ້ນເຄື່ອງບິນ
ຮົບຊະນິດນີ້ ຍັງເປັນເຄື່ອງບິນຂະໜາດໃຫຍ່, ສາມາດບັນຈຸໄດ້ທັງລະເບີດ ທີ່ຕິດຫົວຮົບນິວເຄລຍ ແລະ ລູກ ສອນໄຟນໍາວິຖີໄປພ້ອມກັນ.

     ເຄື່ອງຮົບ Tu-160 ຖືກພັດທະນາ ໂດຍກຸ່ມຜະລິດເຮືອບິນ Tupolev (Tynoaeba) ຂອງອະດີດສະຫະພາບ ໂຊວຽດ, ເຊິ່ງນໍາມາປະຈໍາການໃນ
ເດືອນ ພຶດສະພາ 1987. ເຄື່ອງບິນຮົບຊະນິດນີ້ມີຄວາມໄວແຕ່ 3.200 ເຖິງ 3.500 ກມ/ຊມ, ບີນໃນລະດັບຄວາມສູງ 13.000 ກິ ໂລແມັດ.

     ຢ່າງໃດກໍຕາມ, ເຄື່ອງຮົບຊະນິດນີ້ຈະຖືກອອກແບບມາເປັນເວລາ 70 ກວ່າປີ ແລ້ວ, ແຕ່ປະຈຸບັນ ຣັດເຊຍ ໄດ້ພັດທະນາຄວາມກ້າວໜ້າເສີມໃສ່
ໃນຕົວເຄື່ອງ ເພື່ອໃຫ້ສາມາດບັນຈຸລູກສອນໄຟທີ່ທັນສະໄໝໃນປັດຈຸບັນໄດ້. ນອກຈາກນັ້ນ Tu-160 ຍັງເປັນໜຶ່ງໃນເຄື່ອງຮົບຫຼັກ ແລະ ຍັງປະຈໍາການ
ປະຈໍາກອງທັບ ຣັດເຊຍ ຈົນໄດ້ຮັບນາມມະຍົດວ່າເປັນ ເຄື່ອງບິນຮົບອາວຸໂສສອງສັດຕະວັດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/02/2022