ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກໍາປັ່ນໂຮງໝໍຂອງ​ກອງທັບ​ເຮືອ ລັດ​ເຊຍ ມີ​ຄວາມ​ທັນ​ສະ​ໄໝ ສາມາດຮັບ​ຄົນ​ເຈັບ​ໄດ້ 1.000 ຄົນ


     ຂ່າວຈາກ QDND Online ໃຫ້ຮູ້ວ່າ: ໂຄງການກໍາປັ່ນໂຮງໝໍຄົ້ນຄວ້າ ແລະ ພັດທະນາ ໂດຍພະແນກອອກແບບ ແລະ ການຜະລິດຂອງ Neva
ທີ່ເມືອງ ເຊັນປີເຕີສະເບີກ ( Saint-Petersburg ) ກຳປັ່ນມີຄຸນລັກສະນະທີ່ຄ່ອງແຄ້ວ, ເປັນກໍາປັ່ນຮັບໃຊ້ໃນການປິ່ນປົວສຸຂະພາບທາງທະຫານ ແລະ
ພົນລະເຮືອນທາງທະເລ, ກໍາປັ່ນນີ້ຈະປະຕິບັດພາລະກິດຕ່າງໆ ທາງທະເລ ເຊິ່ງຈະປະຈໍາການຢູ່ໃນເຂດມະຫາ ສະໝຸດອາກຕິກ, ນຳໃຊ້ຂົນສົ່ງໃຫ້ແກ່ກອງ
ທັບເຮືອ.

     ນັກອອກແບບກ່າວວ່າ: ໂຄງການຜະລິດກໍາປັ່ນໂຮງໝໍຂະໜາດໃຫຍ່ນີ້ ມີໜ້າທີ່ເພື່ອດຳເນີນງານດ້ານມະນຸດສະທຳ ໃຫ້ການສະໜັບສະໜູນການບໍລິ
ການດ້ານການແພດທີ່ດີທີ່ສຸດໃນຂົງເຂດທາງທະເລ ແລະ ແຄມຝັ່ງໃນປະເທດ ຣັດເຊຍ ແລະ ທົ່ວໂລກ, ບ່ອນທີ່ມີຊາຍຝັ່ງທະເລ ເພື່ອບັນລຸຈິນຕະນາການ,
ການພັດທະນາ ໃນຍຸກໃໝ່ປັດຈຸບັນໃນ ກອງທັບເຮືອ ຣັດເຊຍ ມີກໍາປັ່ນໂຮງໝໍ 3 ລຳ ໃນ ຈຳນວນ 4 ລຳ, ສ້າງຂຶ້ນຢູ່ປະເທດໂປໂລຍ ພາຍໃຕ້ອະດີດ ສະ
ຫະພາບໂຊວຽດ.

     ປັດຈຸບັນແມ່ນເກົ່າແກ່ ແລະ ຊຸດໂຊມຫຼາຍໃນຂະນະດຽວກັນຄວາມຕ້ອງການ ກຳປັ່ນໂຮງໝໍເຄື່ອນທີ່ແມ່ນມີຄວາມຈໍາເປັນເພາະກອງທັບເຮືອ ກໍາລັງ
ເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນເລື້ອຍໆ. ນັບມື້ເຂົ້າສູ່ລວງເລິກ. ນັ້ນໝາຍຄວາມວ່າ: ໃນເວລາເດີນທາງໄກກຳລັງທະຫານ ມີຄວາມຕ້ອງການຮັບປະກັນທາງ
ການແພດທີ່ມີຄຸນນະພາບສູງ.

     ກອງທັບອາກາດ, ກອງທັບເຮືອ ແລະ ກອງທັບບົກ ຣັດເຊຍ ໃນປະເທດ ຊີຣີ ຈະສືບຕໍ່ປະຈຳການ ຢູ່ປະເທດນີ້ ເປັນເວລາດົນນານ. ດັ່ງນັ້ນ, ກໍາປັ່ນໂຮງ
ໝໍຖາວອນໃນທະເລ ເມດີເຕຣາເນ ມີຄວາມຈຳເປັນ. ປັດຈຸບັນກອງທັບເຮືອຣັດເຊຍ ກຳລັງເລີ່ມສ້າງຕັ້ງສະຖານີຮັບປະກັນດ້ານວັດຖຸ ແລະ ເຕັກນິກໃນປະ
ເທດ ຊູດັງ ແລະ ຍັງຮຽກຮ້ອງໃຫ້ມີໂຮງໝໍຂອງຕົນປະຕິບັດງານຢູ່ການທີ່ນັ້ນ.

     ພ້ອມນັ້ນ ຣັດເຊຍ ຍັງເອົາໃຈໃສ່ຫຼາຍໃນ​ເສີມຂະຫຍາຍການມີໜ້າຢູ່ທີ່ ອາກຕິກ Arctic. ຜູ້ທີ່ເຮັດວຽກໃນສະພາບຄວາມຫຍຸ້ງຍາກຢູ່ທີ່ນັ້ນໄດ້ຮັບ
ການຊ່ວຍເຫຼືອດ້ານການປິ່ນປົວທີ່ມີຄຸນນະພາບສູງ. ດັ່ງນັ້ນ ຣັດເຊຍ ຕ້ອງເລັ່ງລັດກໍ່ສ້າງກຳປັ່ນຂົນສົ່ງໃນໂຮງໝໍໃຫ້ມີຫຼາຍຈຸດ.

     ປີ 2020, ບັນຫາການຊື້ກໍາປັ່ນໂຮງໝໍໄດ້ຖືກກ່າວເຖິງໂດຍ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຣັດເຊຍ ແລະ ໄດ້ຖືກນຳເຂົ້າປຶກສາຫາລື ໃນກອງ
ປະຊຸມລັດຖະບານໃນນັ້ນ, ກະຊວງອຸດສາຫະກໍາ ແລະ ການຄ້າສະໜັບສະໜູນແນວຄິດນີ້ ແລະ ແນະນຳໃຫ້ສ້າງກໍາປັ່ນໂຮງໝໍໃນປະເທດ ຣັດເຊຍ ເຊິ່ງບໍ່
ຄວນສັ່ງຊື້ຈາກຕ່າງປະເທດອື່ນ ດັ່ງເຊັ່ນໃນຍຸກສະຫະພາບໂຊວຽດອີກຕໍ່ໄປ.

     ກໍາປັ່ນໂຮງໝໍອອກແບບ ແລະ ສ້າງຂຶ້ນໃນເມືອງ ເຊັນປີເຕີສະເບີກ ( Saint-Petersburg ) ນີ້, ໄດ້ສະເໜີໃຫ້ມີຫຼາຍທາງເລືອກແບບທີ່ມີຫ້ອງປິ່ນ
ປົວເທິງກໍາປັ່ນ ທີ່ສາມາດຮອງຮັບຄົນເຈັບໄດ້ 500 ຫຼື 1000 ຄົນ. ດ້ວຍຕົວເລືອກທໍາອິດເປັນແບບທີ່ມີຫ້ອງປີ່ນປົວຮັກສາລູກເຮືອ, ຫ້ອງເກັບຮັກສາອຸປະ
ກອນເຕັກນິກ, ຫ້ອງບັນທຸກສິນຄ້າ ແລະ ເຄື່ອງມືການແພດພ້ອມຢາປິ່ນປົວ. ຕົວເລືອກທີສອງ, ເປັນແບບທີ່ມີພຽງແຕ່ຫ້ອງປິ່ນປົວເທົ່ານັ້ນ, ອຸປະກອນໃນ
ເຮືອຈະມີຄວາມທັນສະໄໝ, ມີອຸປະກອນ ແລະ ເຄື່ອງຈັກ X-ray, ເຄື່ອງມືຜ່າຕັດທີ່ທັນສະໄໝເຄື່ອງອັດລົມ ແລະ ອຸປະກອນອື່ນໆ ອີກຢ່າງພຽງພໍ, ເຊິ່ງປົກ
ກະຕິມີພຽງແຕ່ໃນສະຖານທີ່ທາງບົກຂອງສູນກາງແພດເທົ່ານັ້ນ. ປະລິມານນໍ້າໜັກຂອງກຳ ປັ່ນໂຮງໝໍໃໝ່ຂອງ ຣັດເຊຍ ມີເກືອບ 30.000 ໂຕນ, ເນື້ອທີ່
ຂອງຫ້ອງໂດຍສານມີຫຼາຍກວ່າ 14 ພັນຕາແມັດ, ກຳປັ່ນມີລູກເຮືອ 60 ຄົນ, ທີມແພດ 742 ຄົນ. ສາມາດບັນທຸກເຮລີກົບແຕໄດ້ເຖິງ 6 ລຳ.