ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄາດໝາຍການ​ສົ່ງ​ອອກ​ອາວຸດ​ຂອງ ຣັດ​ເຊຍ ​ໃນ​ປີ 2021


     ໃນຊຸມປີມໍ່ໆມານີ້, ຍອດມູນຄ່າການສັ່ງຊື້ອາວຸດຂອງ ຣັດເຊຍ ໄດ້ຮັກສາຢູ່ໃນລະດັບ 50-55 ຕື້ໂດລາສະຫະຣັດ.

     ແຜນການຂາຍອາວຸດໃນປີ 2021 ນີ້ ຣັດເຊຍ ຄາດວ່າ: ເຮືອບິນສູ້ຮົບ Su-57 ລຸ້ນທີ 5, ຍົນເຮລິກົບແຕທີ່ທັນສະໄໝ, ຂີປະນາວຸດຕ້ານເຮືອບິນ
S-400 ແລະ ອາວຸດອື່ນໆ ຈະກາຍເປັນສິນຄ້າທີ່ຂາຍດີທີ່ສຸດໃນປີນີ້. ນອກຈາກນັ້ນ, ງານວາງສະແດງອາວຸດ ແລະ ການແລກປ່ຽນການທະຫານສາກົນ
(ARMY), ຢູ່ເຂດ ຊານເມືອງຂອງມົດສະກູ, ຈະກາຍເປັນເຫດການທີ່ສຳຄັນ ເພື່ອສົ່ງເສີມກິດຈະກຳການຂາຍອາວຸດຂອງ ຣັດເຊຍໃຫ້ລູກຄ້າຕ່າງປະເທດ
ເປັນຕົ້ນແມ່ນງານ ARMY 2021 ເຊິ່ງຈະຈັດຂຶ້ນໃນ ເດືອນ ສິງຫາ 2021 ນີ້.