ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຢຍລະມັນເປີດ​ໂຕລົດຫຸ້ມເກາະສະໜັບສະໜູນການຍິງແບບ Lznx 120


     ເວັບໄຊຂ່າວ ເຢຍລະມັນ ເປີດເຜີຍວ່າ: ເມື່ອບໍ່ດົນມານີ້, ບໍລິສັດ Rheinmetall ຂອງ ເຢຍລະມັນ ໄດ້ເປີດ​ໂຕລົດຫຸ້ມເກາະສະໜັບສະໜູນການຍິງ
ແບບ Lznx 120 ເຊິ່ງເປັນລົດເເບບໃໝ່ທີ່ບໍ່ເຄີຍມີຢູ່ໃສມາກ່ອນ. ດ້ວຍການປະສົມປະສານຂອງລະບົບການທຳລາຍ, ການປ້ອງກັນ, ຄວາມຄ່ອງຕົວ,
ແລະ ຄວາມຢູ່ລອດ ເຮັດໃຫ້ Lznx 120 ເປັນລົດທີ່ສົມບູນແບບທີ່ຫຼາຍໆປະເທດຕ້ອງການ.

     ອາວຸດຫຼັກຂອງລົດຊະນິດນີ້, ແມ່ນປືນໃຫຍ່ລໍາກ້ອງຄືແແບບ Rheinmett ຂະໜາດ120 ມມ ທີ່ມາຈາກອາວຸດຫຼັກຂອງລົດຕັງຫຼັກ leopard 2 ເຊິ່ງ
ສາມາດຍິງລູກລະເບີດທີ່ຕັ້ງໂປຣແກມ DM11 ໄດ້. ສ່ວນອາວຸດຮອງລົງມາແມ່ນປືນຮ່ວມແກນກາງ ແລະ ສະຖານີອາວຸດຄວບຄຸມໄລຍະໄກທີ່ສາມາດຕິດ
ຕັ້ງປືນກົນຂະໜາດ 12.7 ມມ, ມີລະບົບ ກ້ອງ 360 ອົງສາ ເຊິ່ງມາພ້ອມກັບລະບົບກວດກາ ແລະ ຕິດຕາມເປົ້າໝາຍແບບອັດຕະໂນມັດ, ມີລະບົບປ້ອງ
ກັນໄພພິເສດ ເຮັດໃຫ້ສາມາດປ້ອງກັນໃພຄຸກຄາມຈາກລູກປືນ, ລະເບີດສະແຫວງເຄື່ອງ, ລູກປືນເຈາະເກາະລະເບີດຂອງຝ່າຍກົງກັນຂ້າມໄດ້.

     ຫຼັງຈາກທີ່ເປີດ​ໂຕຫຼາຍປະເທດມີຄວາມສົນໃຈທີ່ຈະຈັດຊື້ Lznx 120 ແທນລົດຫຸ້ມເກາະລຸ້ນເກົ່າທີ່ມີອາຍຸການໃຊ້ງານມາຫຼາຍປີ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/02/2022