ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິດສະຣາແອນ ປະກາດ​ໂຄງການ​ພັດທະນາ​ເຕັກນິກ​ການ​ທະຫານ​ໃໝ່


     ຕາມສຳນັກຂ່າວສານ ຫວຽດນາມ ໃຫ້ຮູ້ວ່າ: ຖະແຫຼງການຮ່ວມຂອງກົມຄົ້ນຄວ້າ ແລະ ພັດທະນາປ້ອງກັນຊາດ (DDRD) ກະຊວງປ້ອງກັນປະເທດ
ອິດສະຣາແອນ ແລະ ກຸ່ມອຸດສາຫະກຳປ້ອງກັນຊາດ Elbit Systems ໃຫ້ຮູ້ວ່າ: ໃນປັດຈຸບັນນີ້, ກຳລັງສ້າງໂຄງການເຕັກໂນໂລຊີສຳລັບທະຫານບົກໂດຍ
ຈະໃສ່ຊື່ວ່າ: ຂອບເຂດຂອງອະນາຄົດ." ໂຄງການໃໝ່ນີ້ ຈະເນັ້ນໃສ່ການຄົ້ນຄວ້າເຕັກໂນໂລຊີຕ່າງໆ ເຊັ່ນ: ແວ່ນຕາ ສຳລັບທະຫານໃນສະໜາມຮົບ, ລະ
ບົບທໍາລາຍຄອມພີວເຕີ, ລະບົບຕິດຕາມຕຳ​ແໜ່ງທີ່ GPS, ລະບົບຈໍສະແດງຜົນທີ່ຕິດໃສ່ໝວກກັນກະທົບ, ເຕັກໂນໂລຊີກວດຫາສັນຍານຂອງສັດຕູ,
ເຄື່ອງມືແນະນຳຍຸດໂທປະກອນ ແລະ ການສື່ສານບັນຊາ.

     ເປົ້າໝາຍຂອງໂຄງການນີ້ແມ່ນ ເພື່ອຍົກສູງຄວາມຮັບປະກັນໃຫ້ແກ່ພົນທະຫານສູ້ຮົບ, ປັບປຸງຍຸດທະວິທີ, ຍົກສູງຄວາມສາມາດຂອງທະຫານ ແລະ
ໜ່ວຍງານ. ໃນປີ 2021, ກະຊວງປ້ອງກັນປະເທດ ຂອງອິດສະຣາແອນ ແລະ ບໍລິສັດເຕັກໂນໂລຊີ Po­laris Solutions ກໍໄດ້ນຳສະເໜີເຕັກໂນໂລຊີ
ການຫຼອກລວງແບບໃໝ່ທີ່ເຮັດໃຫ້ຝ່າຍກົງກັນຂ້າມ "ເບິ່ງບໍ່ເຫັນ". ເຕັກໂນໂລຊີແບບໃໝ່ທັງໝົດນີ້ໄດ້ຮັບການທົດສອບ ໂດຍກອງກຳລັງປ້ອງກັນປະເທດ
ອິດສະຣາແອນ (IDF) ແລະ ໄດ້ເພີ່ມເຂົ້າໃນແຜນການຈັດຊື້ອາວຸດປ້ອງກັນຊາດ ຂອງປະເທດນີ້ແລ້ວ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 23/05/2022