ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກາຕ່າ ກຽມສົ່ງ​ນັກ​ບິນ​ໄປ​​ເຝິກ​ອົບຮົມທີ່ປະເທດ ອີຕາລີ


     ນັກບິນຂອງ ກະຊວງປ້ອງກັນປະເທດ ກາຕ່າ ຈະໄດ້ຮັບການເຝິກອົບຮົມໃນໄວໆນີ້ ທີ່ໂຮງຮຽນເຝິກ ອົບຮົມການບິນສາກົນ ( IFTS) ຂອງປະເທດ
ອີຕາລີ, ໂດຍປະຕິບັດຕາມຂໍ້ຕົກລົງລະຫວ່າງ ທ່ານ ດຣ ຄາລິດ ບີນ ໂມຮາໝັດ ອໍອັດທິຍາດ ລັດຖະມົນຕີ ກະຊວງປ້ອງກັນປະເທດກາຕ່າ ແລະ ທ່ານ ໂລ
ເດນໂຊ ລັດຖະມົນຕີກະຊວງປ້ອງກັນປະເທດ ອີຕາລີ.

     ໃນການຖະແຫຼງຂ່າວຂອງ ກະຊວງປ້ອງກັນປະເທດ ອີຕາລີ ໃຫ້ຮູ້ວ່າ: ການຮ່ວມມືລະຫວ່າງ ອີຕາລີ ແລະ ກາຕ່າໃນຂົງເຂດປ້ອງກັນຊາດ ໄດ້ຮັບການ
ຢືນຢັນວ່າມີຄຸນຄ່າທາງຍຸດທະສາດສູງ. ດັ່ງນັ້ນອີຕາລີຢືນຢັນວ່າຈະໃຫ້ຄວາມຮ່ວມມືທຸກວຽກງານໃນຂົງເຂດປ້ອງກັນຊາດ ກັບກາຕາ ໃຫ້ລົງເລິກກວ່າເກົ່າ.

     ສ່ວນໜຶ່ງຂອງຂໍ້ຕົກລົງການຮ່ວມມືລະຫວ່າງສອງປະເທດຈະປະກອບມີການເຝິກອົບຮົມນັກບິນ Qatar Emiri (QEAF) ທີ່ໂຮງຮຽນເຝິກອົບຮົມ
ການບິນສາກົນ, ເຊິ່ງດຳເນີນການ ຮ່ວມມືໂດຍ Leonardo ແລະ ກອງທັບອາກາດ ອີຕາລີ ທີ່ ແຂວງ ເລັກເຊ ແລະ ໃນອະນາຄົດທັງສອງຝ່າຍຈະໄດ້ເປີດ
ຖານທັບອາກາດ ດີຊີໂມແມນນູໃນແຂວງ ຊາດີເນຍ.

     ປັດຈຸບັນ ກະຊວງປ້ອງກັນປະເທດ ກາຕ່າ ກະກຽມດຳເນີນການທົດລອງເ​ຄື່ອງບິນ Pilatus PC-21 ແລະ PAC Super Mushs­hak ໃນບົດ
ບາດການເຝິກອົບຮົມ. ນອກຈາກນີ້ຍັງມີແຜນຈະສົ່ງຜູ້ຊ່ຽວຊານດ້ານການບິນ Jet B Advanced Advanced Trai­ners ຈຳນວນ 9 ຄົນ ໄປຮຽນ
ຕໍ່ທີ່ປະເທດ ອີຕາລີຕື່ມອີກ.