ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີເລ ​ເລືອກ​ຊື້​ເຄື່ອງບິນ ​ເຕືອນ​ໄພ​ລ່ວງໜ້າຈາກ​ ອັງກິດ


     ຕາມການເປີດເຜີຍຂໍ້ມູນຂອງສໍານັກຂ່າວເຈນວ່າ: ກອງທັບອາກາດ ຈີເລ ໄດ້ສັ່ງຊື້ເຄື່ອງບິນແຈ້ງເຕືອນໄພລ່ວງໜ້າທາງອາກາດ ຈາກສະຫະລາຊະອາ
ນາຈັກ ແບບໂບອິ້ງ E-3D sentry ຈໍານວນ 3 ລໍາ, ແຕ່ບໍ່ມີການເປີດເຜີຍມູນຄ່າໃນການສັ່ງຊື້ໃນຄັ້ງນີ້. ທັງນີ້ ກອງທັບອາກາດ ຈີເລ ມີແຜນຈະປ່ຽນ
ແທນເຄື່ອງບິນເຕືອນໄພລ່ວງໜ້າລຸ້ນເກົ່າແບບ ໂບອິ້ງ 707-385 C ທີ່ມີພຽງ 1 ລໍາໃນກອງທັບ.

     ກອງທັບອາດກາດ ຈີເລ ໄດ້ປົດປະຈໍາການເຄື່ອງບິນເຕືອນໄພລໍາສຸດທ້າຍໃນທ້າຍປີ 2021 ຫຼັງຈາກນັ້ນກອງທັບ ກໍເລີ່ມສັ່ງຊື້ເພີ່ມອີກຈໍານວນ 3 ລໍາ.
ປັດຈຸບັນ ບັນດາທີມງານ ແລະ ຊ່າງເຕັກນິກໄດ້ຖືກສົ່ງໄປສະຫະລາຊະອານາຈັກ ໃນຊ່ວງທ້າຍປີ ເພື່ອກວດສອບເຄື່ອງບິນ ແລະ ຫຼັກສູດການເຝິກອົບຮົມ
ກ່ຽວກັບການປະຕິບັດງານຂອງເຄື່ອງບິນລຸ້ນນີ້ ຈາກນັ້ນພວກມັນກໍຈະຖືກສົ່ງເຂົ້າປະຈໍາການໃນ ກອງທັບອາກາດຈີເລ ພາຍໃນປີນີ້.

     ສໍາລັບເຄື່ອງບິນທີ່ປົດປະຈໍາການແບບ 707 ແມ່ນໝົດອາຍຸການໃຊ້ງານແລ້ວ ເພາະພວກມັນໄດ້ສ້າງຂຶ້ນໃນປີ 1965 ຕະຫຼອດໄລຍະທີ່ຜ່ານມາ ພວກ
ມັນໄດ້ຖືກນໍາໃຊ້ເຂົ້າເປັນເຄື່ອງບິນທົດລອງ ໃນຫຼາຍໆວຽກ ງານທັງພາກເອກະຊົນ ແລະ ການທະຫານ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/01/2022