ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຂີປະນາວຸດໄຮເປີ ໂຊນິກຂອງຣັດເຊຍ ທີ່ມີອະນຸພາບທຳລາຍ​ລ້າງ​ສູງ


ຂີປະນາວຸດໄຮເປີໂຊນິກຫຼື Kh-47M2 Kinzhal

     ຫຼາຍຄົນອາດຈະຮູ້ຈັກເຖິງ ປະສິດທິພາບ ແລະ ອະນຸພາບ ຄວາມເຂັ້ມແຂງທາງດ້ານການທະຫານ ຂອງກອງທັບ ຣັດເຊຍ ໂດຍປັດຈຸບັນນີ້ ກອງທັບ
ຣັດເຊຍ ໄດ້ພັດທະນາລະບົບອາວຸດ, ຂີປະນາວຸດທີ່ທັນສະໄໝ ຫຼາຍປະເພດ ໜຶ່ງໃນນັ້ນກໍຄື ຂີປະນາວຸດ ໄຮເປີ ໂຊນິກ ທີ່ຖືກຂະໜາດນາມວ່າເປັນອາວຸດ
ທີ່ມີອະນຸພາບ ໃນການທຳລາຍລ້າງສູງອັນດັບຕົ້ນໆໃນກອງທັບຣັດເຊຍ.

     ສຳລັບ ຂີປະນາວຸດ ໄຮເປີ ໂຊນິກ ຫຼື Kh-47M2 Kinzhal ລຸ້ນນີ້ ເປັນຂີປະນາວຸດຈາກອາກາດສູ່ພຶ້ນ, ຖືກສ້າງຂຶ້ນໂດຍ ກອງທັບ ຣັດເຊຍ ແລະ ໄດ້
ນຳເຂົ້າປະຈຳການໃນກອງທັບອາກາດໃນປີ 2017 ຢູ່ທາງພາກໃຕ້ ແລະ ພາກຕາເວັນອອກສຽງເໜືອ ຂອງປະເທດ, ໂດຍໃນເບື້ອງຕົ້ນໄດ້ຕິດຕັ້ງໃສ່ເຮືອບິນ
MiG-31K , ຕໍ່ມາໄດ້ຕິດຕັ້ງໃສ່ເຮືອບິນ Tu-22M3 ແລະ ໃນປີ 2019 ໄດ້ມີການພັດທະນາຂຶ້ນຕື່ມແລ້ວນຳມາຕິດຕັ້ງໃສ່ເຮືອບິນ Su-57D ສາມາດຍິງ
ໄດ້ຄວາມສູງຈາກພຶ້ນດິນປະມານ 20 ກິໂລ ແມັດ, ເຊິ່ງມັນມີນໍ້າໜັກລວມ ປະມານ 2 ໂຕນມີອະນຸພາບ ທຳລາຍລ້າງໃນຂອບເຂດລັດສະໝີ 100-500
ແມັດ. ມີຄວາມແມນຍໍາສູງ, ມີຄວາມໄວແລ່ນຜ່ານອາກາດປະມານ 12,300-14,200 ກິໂລແມັດ ຕໍ່ຊົ​່ວໂມງ, ເຊິ່ງແນ່ນອນວ່າບໍ່ມີລະບົບເຕືອນໄພ ຫຼື
ລະບົບຕໍ່ຕ້ານໃດທີ່ຈະສາມາດຢຸດມັນໄດ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/03/2022