ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິດສະຣາແອນ ຈະ​ຜະລິດກ້ອງສ່ອງກາງຄືນໃຫ້ກອງທັບ ສະຫະລັດອາເມຣິກາ


     ຕາມການລາຍງານຂອງສໍານັກຂ່າວ ຊິນຮ່ວາ ໃນວັນທີ 22 ພຶດສະພາ ວ່າ: ບໍລິສັດ Elbit Systems ເຊິ່ງເປັນບໍລິສັດເອເລັກໂຕຼນິກ ດ້ານການປ້ອງ
ກັນປະເທດຂອງ ອິດສະຣາແອນ ເປີດເຜີຍແຜນການຈັດສົ່ງລະບົບກ້ອງສ່ອງກາງຄືນໃຫ້ແກ່ ສະຫະລັດອາເມຣິກາ. ສັນຍາດັ່ງກ່າວມີມູນຄ່າປະມານ 49ລ້ານ
ໂດລາສະຫະລັດ ແລະ ຕາມແຜນຈະສົ່ງມອບໃນເດືອນ ເມສາ 2023. ຄໍາສັ່ງຊື້ນີ້ເປັນສ່ວນໜຶ່ງຂອງສັນຍາ 5 ປີ ເຊິ່ງມີມູນຄ່າທັງໝົດ 249 ລ້ານ ໂດລາ
ໂດຍໂຄງການດັ່ງກ່າວໄດ້ເຊັນສັນຍາໃນປີ 2019 ສໍາລັບການຈັດຫາອຸປະກອນທາງທະຫານເປັນຕົ້ນແມ່ນລະບົບເບິ່ງເຫັນໃນເວລາກາງຄືນ. ລະບົບທີ່ວ່າ
ນີ້ເປັນລຸ້ນທີ່ຕິດໃສ່ໝວກ ທະຫານມັນມີນໍ້າໜັກເບົາ, ມີການເພີ່ມຄວາມຊັດເຈນຂອງພາບ ເຊິ່ງມັນຈະເພີ່ມປະສິດທິພາບໃນການເບິ່ງເຫັນຂອງທະຫານ
ໃນເວລາສູ້ຮົບກາງຄືນໃນທຸກສະພາບແວດລ້ອມ. ປັດຈຸບັນລະບົບເບິ່ງກາງຄືນແມ່ນປັດໄຈສໍາຄັນຂອງທະຫານແນວໜ້າ ແລະ ເຕັກໂນໂລຊີຊະນິດນີ້ຖືກ
ພັດທະນາມາຢ່າງຕໍ່ເນື່ອງ, ຖືກນໍາໃຊ້ໃນກອງທັບທົ່ວໂລກ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 24/05/2022