ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດເຜີຍຜົນວິໄຈຊີ້ຜູ້ຮັບວັກຊີນຊິໂນແວັກ ມີຄວາມສ່ຽງໜ້າບ້ຽວເຄິ່ງຊີກ


ວັກຊີນຊິໂນແວັກ

     ວາລະສານການແພດ ແລນເຊດ ໃນຮົງກົງ ເປີດເຜີຍຜົນວິໄຈຫຼ້າສຸດ ລະບຸວ່າຜູ້ທີ່ຮັບ ວັກຊີນຕ້ານພະຍາດ ໂຄວິດ-19 ຂອງບໍລິສັດ ຊິໂນແວັກ ມີ
ຄວາມສ່ຽງທີ່ຈະເກີດອາການໜ້າບ້ຽວເຄິ່ງຊີກ ຫຼັງສັກວັກຊີນ ປ້ອງກັນພະຍາດ ໂຄວິດ-19 ເຂັມທຳອິດ.

     ຜົນວິໄຈດັງກ່າວເກີດຈາກການເກັບຂໍ້ມູນຜູ້ເຂົ້າຮ່ວມທົດສອບ 451.000 ຄົນ ແລະ ພິມລົງໃນວາລະສານແລນເຊດ ດ້ານພະຍາດຕິດເຊື້ອ ໂດຍພົບ
ຂໍ້ມູນໃນຂັ້ນຕອນການທົດລອງທາງຄລີນິກວ່າມີຜູ້ຮ່ວມທົດລອງ 28 ຄົນທີ່ມີອາການໜ້າບ້ຽວເຄິ່ງຊີກ ພາຍຫຼັງສັກວັກຊີນຊິໂນແວັກ ເຊິ່ງສູງກວ່າຜູ້ທີ່ສັກ
ວັກຊີນຂອງໄຟເຊີ ທີ່ມີອາການດັງກ່າວພຽງ 16 ຄົນ ເຊິ່ງນັບວ່າຜົນວິໄຈຄັ້ງນີ້ຊີ້ໃຫ້ເຫັນເຖິງຄວາມສ່ຽງໂດຍລວມຂອງອາ ການໜ້າບ້ຽວເຄິ່ງຊີກທີ່ເພີ່ມ
ສູງຂຶ້ນ.

     ຢ່າງໃດກໍຕາມຜົນງານວິໄຈລະບຸວ່າ ແມ່ນວ່າຈະພົບຜົນຂ້າງຄຽງດັ່ງກ່າວກັບຜູ້ຮ່ວມທົດລອງບາງສ່ວນ ແຕ່ວັກຊີນຂອງຊິໂນແວັກ ເຊິ່ງເປັນວັກຊີນຊະ
ນິດເຊື້ອຕາຍຍັງຄົງມີປະໂຫຍດ ແລະ ມີປະສິດທິພາບປ້ອງກັນພະຍາດ ໂຄວິດ-19 ຫຼາຍກວ່າຄວາມສ່ຽງຈາກອາການຂ້າງຄຽງ, ທັງນີ້ຜົນວິໄຈດັງກ່າວເປັນ
ການທົດລອງ ໃນຮ່ອງກົງ ໂດຍເປັນການຕິດຕາມອາການເພື່ອປະເມີນຄວາມສ່ຽງ ແລະ ອາການບໍ່ຄາດຄິດເຖິງກໍລະນີໃດໆ ຫຼັງຮັບວັກຊີນພາຍໃນ 42 ວັນ
ໂດຍຈົນເຖິງຄະນະນີ້ທາງບໍລິສັດ ຊິໂນແວັກ ຍັງບໍ່ໄດ້ອອກມາໃຫ້ສະແດງຄໍາເຫັນໃນປະເດັນດັງກ່າວແຕ່ຢ່າງໃດ.

 

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/08/2021