ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄທ ຈັດຫາເຮືອບິນໂຈມຕີລຸ້ນໃໝ່


ເຮືອບິນໂຈມຕີ ລຸ້ນໃໝ່ ຂອງ ກອງທັບອາກາດໄທ

     ຕາມຂ່າວສານການທະຫານຂອງ Janes.com ລາຍງານໃຫ້ຮູ້ວ່າ: ການຈັດຫາເຮືອບິນໂຈມຕີລຸ້ນ   ໃໝ່ຂອງ ກອງທັບອາກາດໄທ ໄດ້ແບ່ງເປັນໄລ
ຍະທີ 1 ຈໍານວນ 6 ລໍາ ໃນແຜນງົບປະມານ 3 ປີ 2021-2023 ໃນວົງເງິນ 143 ລ້ານໂດລາ ແລະ ໄລຍະທີ 2 ຈໍານວນ 5 ລໍາ ໃນແຜນ ການງົບປະ
ມານ 3 ປີ 2022-2024 ພາຍໃຕ້ນະໂຍບາຍຈັດຫາ ແລະ ພັດທະນາ Purchaseand Development ຂອງ ກອງທັບອາກາດໄທ, ເຊິ່ງເຮືອບິນໂຈມ
ຕີລຸ້ນໃໝ່ນີ້ຈະມີພື້ນຖານຮ່ວມກັນກັບເຮືອບິນເຝິກແອບລຸ້ນໃບພັດ Beechcraft T-6C Texan II ຈໍານວນ 12 ລໍາທີ່ສັ່ງຈັດຫາແລ້ວໃນວົງເງິນ 162
ລ້ານໂດລາສະຫະລັດ.

     ເຮືອບິນເຝິກບິນລຸ້ນໃບພັດ Beechcraft AT-6E Wolverine ໄດ້ຮັບການກຳນົດເປັນເຮືອບິນເຝິກແອບ T-6TH ເຊິ່ງເຮືອບິນໂຈມຕີລຸ້ນໃບພັດ
ຈະໄດ້ຮັບການກຳນົດເປັນເຮືອບິນໂຈມຕີ A-6TH ປະຈໍາການໃນ ກອງທັບອາກາດໄທ ແລະ ເຮືອບິນເຝິກ T-6TH ຄາດວ່າຈະຖືກນໍາເຂົ້າປະຈໍາການໃນ
ໄລຍະທ້າຍປີ 2021 ແລະ ຕົ້ນປີ 2022. ເຮືອບິນໂຈມຕີ AT-6E ຈະສາມາດໃຊ້ອາວຸດປ່ອຍນໍາວິຖີອາກາດສູ່ອາກາດໄລຍະ​ໄກ ເຊິ່ງຈະເປັນເຮືອບິນໂຈມ
ຕີລຸ້ນໃບພັດແບບທໍາອິດທີ່ຮອງຮັບການໃຊ້ງານ IRIS-T ແລະ ລະບົບອາວຸດເຊັ່ນ: ປືນກົນອາກາດ FN HMP400ຂະໜາດ 50cal (12,7x99ມມ),
ຈະຫຼວດອາກາດສູ່ພື້ນນໍາວິຖີ APKWS, ລະເບີດນໍາວິຖີ Laser ແບບ GBU-12 Pave­way II ຂະໜາດ 500 lbs,ລະເບີດນໍາວິຖີດາວທຽມ GBU-
38 JDAM ຂະໜາດ 500lbs ແລະ ອາວຸດປ່ອຍນໍາວິຖີອາ ກາດສູ່ພື້ນ AGM-114 Hellfire.