ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອູແກຣນ ຈະ​ໄດ້​ຮັບ​ອາວຸດ​ປ່ອຍນຳ​ວິຖີ​ຕໍ່ຕ້ານອາກາດ​ສະຍານ​ຊະນິດ​ໃໝ່


FIM-92 Stinger

     ຕາມຄໍາຖະແຫຼງ ຂອງກະຊວງປ້ອງກັນປະເທດ ລັດເວຍ ແລະ ລິຕົວນີ ໃນວັນທີ 21 ມັງກອນ ນີ້ວ່າ: ສອງປະເທດນີ້ໄດ້ຈັດຫາອາວຸດປ່ອຍນໍາວິຖີຕໍ່
ຕ້ານອາກາດສະຍານແບບພົກພາລຸ້ນ Stinger ແລະ ອຸປະກອນ ທີ່ກ່ຽວຂ້ອງ ເພື່ອສະໜັບສະໜູນການທະຫານ ຂອງອູແກຣນ ແລະ ກຸ່ມປະເທດ ບໍຕິກຍັງ
ຄົງຮ່ວມມືກັນສົ່ງອາວຸດເຂົ້າມາໃນ ອູແກຣນ. ສ່ວນທາງດ້ານ ລັດຖະມົນຕີ ອູແກຣນ ກ່າວວ່າ: ຍັງມີຄວາມຈໍາເປັນທີ່ກອງທັບ ອູແກຣນ ຕ້ອງນໍາເຂົ້າອາ
ວຸດເຫຼົ່ານີ້ ຖ້າສະພາບການຍັງຕຶງຄຽດຢູ່ແບບນີ້.

     ຈາກບັນຫາເຂດດອນບາດ ເຊິ່ງຕິດຈອດກັບຊາຍແດນ ຣັດເຊຍ, ແຕ່ດິນແດນແຫ່ງນີ້ເຄີຍເປັນຖິ່ນພູມລໍາເນົາຂອງ ຣັດເຊຍ ໃນຍຸກສະຫະພາບ ໂຊ
ຫວຽດ ແລະ ປະຊາຊົນທີ່ອາໄສຢູ່ທີ່ນັ້ນໃນປັດຈຸບັນກໍຄິດວ່າພວກເຮົາເປັນຄົນ ຣັດເຊຍ.

     ຍ້ອນເຫດຜົນນີ້ຈິ່ງເຮັດໃຫ້ປະເທດຈໍານວນໜຶ່ງພະຍາຍາມຈັດຫາອາວຸດໃຫ້ກັບ ອູ ແກຣນ.

     FIM-92 Stinger ເປັນອາວຸດປ້ອງກັນໄພ ທາງອາກາດ ຊະນິດພົກພາ ເປັນອາວຸດປ່ອຍນໍາວິຖີ ຈາກພື້ນສູ່ອາກາດ ດ້ວຍການນໍາຄວາມຮ້ອນ. ໄດ້ຮັບ
ການພັດທະນາ ໂດຍບໍລິສັດແຫ່ງໜຶ່ງ ຂອງ ສະຫະລັດອາເມຣິກາ, ມັນສາມາດໃຊ້ງານໄດ້ ໂດຍໃຊ້ເຈົ້າໜ້າທີ່ ພຽງຄົນດຽວ ກໍ່ສາມາດກໍາຈັດເປົ້າໝາຍ ປະ
ເພດໂດຣນ, ເຄື່ອງບິນ ບິນຕໍ່າ ແລະ ອາວຸດປ່ອຍນໍາວິຖີອື່ນໆ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/01/2022