ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ສຳເລັດການທົດລອງຍິງຂີປະນາວຸດ ຂ້າມທະວີບລຸ້ນ​ໃໝ່


ຂີປະນາວຸດ ICBM

     ສຳນັກຂ່າວເຈມ ລາຍງານໃນ ວັນທີ 21 ເມສານີ້ວ່າ: ກະຊວງປ້ອງກັນປະເທດ ຣັດເຊຍ ໄດ້ປະສົບຜົນ ສຳເລັດໃນການທົດລອງຍິງຂີປະນາວຸດຂ້າມ
ທະວີບ ຫຼື ICBM ພາຍຫຼັງທີ່ມີການຈັດຕັ້ງອອກແບບ ແລະ ພັດທະນາ ມາຫຼາຍປີ, ຂີປະນາວຸດດັ່ງກ່າວມີຊື່ວ່າ ຊາມັດ, ໂດຍມັນຖືກຍິງທົດລອງຢູ່ທີ່ຖານ
ຍິງແຫ່ງໜຶ່ງຂອງເຂດ ເພເຊັກ ພາກຕາເວັນຕົກສຽງເໜືອຂອງປະເທດ, ເຊິ່ງມັນມີໄລຍະການຍິງໄກໄດ້ປະມານ 6.000 ກິໂລແມັດ ດ້ວຍການໂຈມຕີເປົ້າ
ໝາຍໄດ້ຢ່າງແມ້ນຍຳ.

     ໃນໂອກາດທີ່ ທ່ານ ປູຕິນ ປະທານາທິບໍດີ ຣັດເຊຍ ໄດ້ຮັບຊົມການຍິງທົດລອງຜ່ານທາງໂທລະພາບກໍໄດ້ໃຫ້ທັດສະນະວ່າ: ຂີປະນາວຸດ ຊາມັດ ເປັນ
ຂີປະນາວຸດໜັກໄລຍະໄກ ທີ່ສາມາດຕິດຕັ້ງຫົວຮົບນີວເຄລຍໄດ້ ຫຼາຍລູກ, ເຊິ່ງມັນມີຄຸນສົມບັດສູງສຸດທາງດ້ານເຕັກນິກ ແລະ ດ້ານຍຸດທະວິທີ, ສາມາດ
ລົບຫຼີກລະບົບກວດຈັບຕ່າງໆ ຄາດວ່າຈະບໍ່ມີລະບົບປ້ອງກັນໄພທາງອາກາດໃດໆໃນໂລກທີ່ສາມາດຕໍ່ຕ້ານສະກັດກັ້ນຂີປະນາວຸດລຸ້ນນີ້ໄດ້. ສະນັ້ນຂີປະນາ
ວຸດລຸ້ນນີ້ຈະຊ່ວຍຍົກລະດັບແສນຍານຸພາບຂອງກອງທັບ ຣັດເຊຍ ທີ່ມີຢູ່ແລ້ວນັ້ນໃຫ້ຍິ່ງໃຫຍ່ ແລະ ເຂັ້ມແຂງ ກວ່າເກົ່າ.

     ທ່ານ ປູຕິນ ຍັງກ່າວອີກວ່າ: ສຳລັບປະເທດທີ່ຄິດຈະເປັນສັດຕູກັບ ຣັດເຊຍ ຕ້ອງຄິດໃຫ້ຮອບຄອບ ແລະ ຄວນທົບທວນແນວຄິດນັ້ນຄືນໃໝ່ ເພາະ
ວ່າຂີປະນາວຸດລຸ້ນນີ້ພຽງລູກດຽວອາດຈະລົບຊື່ປະເທດນັ້ນໆ ອອກຈາກແຜນທີ່ໂລກໄດ້ທັນທີ.

     ສຳລັບຂີປະນາວຸດ ຊາມັດນີ້ມັນສາມາດບັນຈຸຫົວຮົບນິວເຄລຍ ໄດ້ປະມານ 10 ຫົວຕໍ່ຂີປະນາວຸດລູກໜຶ່ງ ຄາດການວ່າຈະມີການນຳເອົາເຂົ້າປະການ
ໃນເຫຼົ່າຮົບຂີປະນາວຸດຂອງກອງທັບ ຣັດເຊຍ ຢ່າງເປັນທາງການ ໃນທ້າຍປີ 2022 ນີ້.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 22/04/2022