ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອານເຊຣີ ສັ່ງ​ຊື້​​ເຄື່ອງບິນບໍ່ມີຄົນຂັບແບບ CH-5 Rainbow ຈາກ​ກອງທັບ​ປະຊາ​ຊົນ ​ຈີນ


ເຮືອບິນບໍ່ມີຄົນຂັບແບບ CH-5 Rainbow

     ຕາມການເປີດເຜີຍຂອງເວັບ ໄຊທ໌ Mena Defese ວ່າ: ​ໃຫ້​ຮູ້ ອານເຊຣີ ຢືນຢັນການສັ່ງຊື້ເຄື່ອງບິນບໍ່ມີຄົນຂັບແບບ CH-5 Rainbow ຈໍານວນ
6 ລໍາຈາກ ຈີນ ທີ່ອອກແບບໂດຍອົງການຮ່ວມມືດ້ານອາວະກາດ ແລະ ເຕັກໂນໂລຊີແຫ່ງຊາດຈີນ.

     ແຫຼ່ງຂ່າວເປີດເຜີຍວ່າ: ກ່ອນໜ້ານີ້ ຈີນ ໄດ້ສົ່ງມອບເຄື່ອງບິນບໍ່ມີຄົນຂັບຕິດອາວຸດແບບ CH-3 ຈໍານວນ 5 ລໍາໃຫ້ກັບກອງທັບ ອານເຊຣີ ແລະ ປີ
2022 ນີ້, ອານເຊຮີ ຍັງໄດ້ສັ່ງຊື້ເຄື່ອງບິນບໍ່ມີຄົນຂັບເພີ່ມອີກ ຈໍານວນ 60 ລໍາ, ​ໂດຍບໍ່ລະບຸຊື່ລະອຽດແຕ່ນັກວິເຄາະຄາດວ່າຈະຕ້ອງເປັນລຸ້ນທີ່ທັນສະໄໝ
ກ່ວາເກົ່ານັ້ນກໍໝາຍ ຄວາມວ່າມັນຕ້ອງເປັນ CH-5.

     CH-5 ເປັນເຮືອບິນບໍ່ມີຄົນຂັບ ທີ່ສາມາດຄວບຄຸມ ໄດ້ຈາກໄລຍະໄກ ທັງສາມາດບິນໄດ້ແບບອິດສະຫຼະ, ເຊິ່ງມັນໄດ້ເປີດໂຕຄັ້ງທໍາອິດໃນ ປີ 2016
ໃນງານສະແດງອາວຸດຍຸດໂທປະກອນນາໆຊາດ.

     ພາຍໃນຂອງມັນໄດ້ຕິດຕັ້ງລະບົບແຈ້ງເຕືອນໄພ ລ່ວງໜ້າ ຖ້າຫາກມີໄພຄຸກຄາມທາງອາກາດ ແລະ ເຄື່ອງມືກ່ຽວກັບສົງຄາມເອເລັກໂຕຼນິກ, ສາມາດ
ລົບກວນການສື່ສານຂອງຝ່າຍກົງກັນຂ້າມໄດ້, ຮອງຮັບນໍ້າໜັກໄດ້ເຖິງ 1.000 ກິໂລກຣາມ.

     ນອກນັ້ນ, ຍັງໄດ້ຕິດຕັ້ງອາວຸດປ່ອຍນໍາວິຖີອາກາດສູ່ພື້ນຈໍານວນ 16 ລູກ ຖ້າໃສ່ເຕັມອັດຕາແມ່ນ 24 ລູກ.

     ຕາມຂໍ້ມູນຈາກອຸດສາຫະກໍາປ້ອງ​ກັນຊາ​ດຈີນ ເປີດເຜີຍ: ເຄື່ອງບິນບໍ່ມີຄົນຂັບລຸ້ນນີ້ ບິນໄດ້ດົນ 60 ຊົ່ວໂມງ, ບິນສູງ 10.000 ແມັດ, ບິນໄດ້ໄກ
6.500 ກິໂລແມັດ ແລະ ໃນອະນາຄົດມີແຜນຈະປັບປຸງໃຫ້ບິນໄດ້ 10.000 ແມັດ ແລະ ບິນໄດ້ຕໍ່ເນື່ອງເຖິງ 120 ຊົ່ວໂມງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/01/2022