ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນເດຍ ຈັດ​ພິທີປ່ອຍເຮືອດໍານໍ້າ ​ເພື່ອ​ເຂົ້າ​ປະຈຳການ


     ກອງທັບເຮືອ ອິນເດຍ ຈັດ​ໄດ້ພິທີປ່ອຍເຮືອດໍານໍ້າຊັ້ນນຳ INS Vagshee ທີ່ທ່າເຮືອມາຊາກອນ ລັດມາຊາກອນ. ເຮືອດໍານໍ້າລຸ້ນນີ້ເປັນເຮືອດໍານໍ້າ
ຊັ້ນນໍາລຸ້ນ Scorpene ລໍາທີ່ 6 ທີ່ກອງທັບເຮືອອິນເດຍນໍາເຂົ້າປະຈໍາການ. ຕາມແຫຼ່ງຂ່າວລາຍງານວ່າ, ອິນເດຍ ໄດ້ຮັບການຖ່າຍທອດເຕັກໂນໂລຊີການ
ສ້າງເຮືອດໍານໍ້າຈາກ ບໍລິສັດ Naval Group ຂອງປະເທດຝຣັ່ງ ແລະ ຄາດວ່າຈະໄດ້ເຂົ້າປະຈໍາການໃນປີ 2024. ອິນເດຍ ໄດ້ສັ່ງຊື້ເຮືອ ດໍານໍ້າລຸ້ນນີ້ຈາກ
ຝຣັ່ງ ຕັ້ງແຕ່ປີ 2005 ແຕ່ມີຄວາມຊັກຊ້າໃນການມອບຮັບ ເນື່ອງຈາກຫຼາຍໆເຫດຜົນ.

     ເຮືອດໍານໍ້າລຸ້ນນີ້ມີນໍ້າໜັກ 1,6 ໂຕນ, ມີຄວາມຍາວ 67,5 ແມັດ, ສູງ 12,3 ແມັດ, ສາມາດແລ່ນດ້ວຍຄວາມໄວສູງສຸດ 20 ກິໂລແມັດ ຕໍ່ຊົ່ວໂມງ.
ຂັບເຄື່ອນດ້ວຍນໍ້າມັນກາຊວນໃຊ້ເຄື່ອງຈັກແບບ MTU 12V 396 SE84 ເຊິ່ງເປັນລຸ້ນສໍາລັບຕິດຕັ້ງໃສ່ເຮືອດໍານໍ້າໂດຍສະເພາະ. ອາວຸດຫຼັກຂອງເຮືອ
ດໍານໍ້າຊະນິດນີ້ແມ່ນລູກສອນໄຟໃຕ້ນໍ້າ (ຕໍປີໂດ) ຈໍານວນ 6 ​ເລົາ, ອາວຸດນໍາວິຖີ ແລະ ອາວຸດທີ່ບັນຈຸທາດລະເບີດຄວາມແຮງສູງ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 26/04/2022