ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ ຣັດເຊຍ ປະກອບ​ເຮືອກຳ​ປັ່ນ ບັນທຸກລູກສອນໄຟລຸ້ນ​ໃໝ່​ເຂົ້າ​ປະຈຳການ


     ສຳນັກຂ່າວ TASS ລາຍງານ ໃນວັນທີ 22 ພຶດສະພາ ນີ້ ວ່າ: ກອງທັບເຮືອ ຣັດເຊຍ ໄດ້ຈັດພິທີນຳເອົາກໍາປັ່ນ karakurt ເຂົ້າປະຈຳການ ໂດຍປະ
ກອບ ໃຫ້ແກ່ໜ່ວຍກໍາປັ່ນຮົບ ທີ່ບັນທຸກລູກສອນໄຟ ຂອງກອງກໍາລັງ ໃນທະເລບານຕິກ.

     ເຮືອກໍາປັ່ນ karakurt ໄດ້ຜ່ານການທົດລອງມາແລ້ວຫຼາຍຄັ້ງທີ່ທະເລ ບານຕິກ ເປັນຕົ້ນ ແມ່ນການຍິງທົດລອງລູກສອນໄຟ. ເຫັນວ່າກໍາປັ່ນແລ່ນໄດ້
ດີໃນທຸກໆ ເງື່ອນໄຂສະພາບອາກາດ ແມ່ນໄດ້ຮັບຜົນສໍາເລັດສູງ ເຊິ່ງມັນມີຂະໜາດນ້ອຍມີນໍ້າໜັກເທິງໜ້ານໍ້າພຽງແຕ່ 800 ໂຕນ, ລວງຍາວ 65 ແມັດ,
ລວງກວ້າງ 10 ແມັດ ແລະ ສາມາດແລ່ນໄວໄດ້ 55 ກິໂລແມັດຕໍ່ຊົ່ວໂມງ ແລະ ໄດ້ຮັບການປະກອບອາວຸດທີ່ທັນສະໄໝຄື​ກັບ​ບັນດາ​ປະ​ເທດ.

     ຕາມແຜນຄາດຄະເນວ່າ, ກອງທັບເຮືອ ຣັດເຊຍ ຈະໄດ້ຮັບກໍາ ປັ່ນຊະນິດນີ້ອີກ 18 ລໍາ ຂອງແຜນງານ 22.800 ວ່າດ້ວຍການເພີ່ມກໍາປັ່ນຮົບ ໃຫ້ແກ່
ກອງທັບເຮືອ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 26/05/2022