ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບສະຫະລັດ ຈະຍົກ​ລະດັບ​ລົດ​ຫຸ້ມ​ເກາະ Stryker


ລົດຫຸ້ມເກາະ Stryker

     ເມື່ອບໍ່ດົນມານີ້ ກອງທັບສະຫະລັດ ໄດ້ມອບຮັບສັນຍາໃຫ້ກັບບໍລິສັດ Oshkosh Defense ມູນຄ່າ 99 ລ້ານໂດລາສະຫະລັດ ເພື່ອຍົກລະດັບລົດ
ຫຸ້ມເກາະ Stryker ດ້ວຍການຕິດຕັ້ງອາວຸດລໍາກ້ອງຂະໜາດກາງ 30 ມມ ສັນຍາດັ່ງກ່າວແມ່ນຈະຖືກດໍາເນີນເປັນເວລາ 6 ປີ ເພື່ອຜະລິດລົດຫຸ້ມເກາະ
ຈໍານວນ 91 ຄັນ ແລະ ຈະສັ່ງເພີ່ມອີກ 83 ຄັນ.

     Stryker ເປັນໂຄງການທີ່ ກອງທັບບົກສະຫະລັດ ເລືອກປັບປຸງເພື່ອເພີ່ມການປ້ອງກັນລະເບີດຕ່າງໆ ຈາກບົດຮຽນທີ່ຖອດຖອນໄດ້ໃນສົງຄາມໃນ ອີ
ຣັກ ແລະ ອາຟະການິດສະຖານ. ນອກນັ້ນ, ຍັງໄດ້ປັບປຸງລະບົບກະແສໄຟຟ້າທີ່ກ່ຽວຂ້ອງກັບລະບົບອາວຸດ ແລະ ລະບົບການຂັບເຄື່ອນ.

     ທີມງານບໍລິສັດຜະລິດອາວຸດ ໄດ້ລວບລວມສິ່ງທີ່ດີທີ່ສຸດໃຫ້ກັບ Stryker ດ້ວຍການເພີ່ມອັດຕາການສັງຫານເປົ້າໝາຍໃນໄລຍະຍິງໄກດ້ວຍຄວາມ
ແມ້ນຢໍາສູງ, ໃນຂະນະທີ່ຍັງຮັກສາຄວາມຄ່ອງແຄ່ວ ແລະ ໃຊ້ອາວຸດປະຕິບັດການໄດ້ງ່າຍ ແລະ ວ່ອງໄວ.

 

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/08/2021