ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ ສະຫະລັດ ປົດປະຈໍາການ ເຮລີກົບແຕ Bell AH-1W Super Cobra


ເຮລີກົບແຕ Bell AH-1W Super Cobra

     ກອງທັບເຮືອ ສະຫະລັດ ໄດ້ເຮັດພິທີປົດປະຈໍາການ ເຮລີກົບແຕ ໂຈມຕີລຸ້ນ Bell AH-1W Super Cobra ແລ້ວເມື່ອ ວັນທີ 19 ຕຸລາ 2020 ນີ້,
ເຊິ່ງ ເຮລີກົບແຕ ລຸ້ນດັ່ງກ່າວໄດ້ເລີ່ມຕົ້ນນໍາເຂົ້າປະຈໍາການ ໃນໜ່ວຍງານຂອງ ກອງທັບເຮືອ ສະຫະລັດ ເມື່ອປີ 1986 ແລະ ມີການສົົ່ງມອບເລື້ອຍໆມາ
ຈົນເຖິງປີ 1999 ລວມທັງໝົດຈໍານວນ 179 ລໍາ. ກອງທັບເຮືອ ສະຫະລັດ ໄດ້ນໍາ ເຮລີກົບແຕ ລຸ້ນດັ່ງກ່າວເຂົ້າໃຊ້ໃນພາລະກິດຕ່າງໆ ເຊັ່ນ: ປະຕິບັດ
ການພາຍຸທະເລຊາຍ, ປະຕິບັດການໃນ ອາຟະການິດສະຖານ ລວມໄປເຖິງພາລະກິດການເຝິກຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ.

     ໂດຍກອງທັບເຮືອ ສະຫະລັດ ໄດ້ມີການຈັດຊື້ ເຮລີກົບແຕ ໂຈມຕີ ລຸ້ນໃໝ່ເຊັ່ນ: Bell AH-1Z Viper ພ້ອມທັງນໍາເຂົ້າປະຈໍາການເພື່ອທົດແທນ
ເຮລີກົບ ແຕ່ລຸ້ນນີ້ແລ້ວ. ເຖິງຢ່າງໃດກໍຕາມ ເຮລີກົບແຕ ລຸ້ນ ປົດປະຈຳການນີ້ຍັງມີປະຈໍາການຢູ່ໃນກອງທັບຕ່າງປະເທດ ເຊັ່ນ: ຕວກກີ.