ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມຽນມາກຽມມອບລູກສອນໄຟ ປ້ອງກັນອາກາດ


ລູກສອນໄຟ ປ້ອງກັນອາກາດລຸ້ນ Pan­tsir-S1

     ສໍານັກຂ່າວທຣາດຂອງ ຣັດເຊຍ ລາຍງານວ່າ: ຣັດເຊຍກຽມສົ່ງ-ມອບລະບົບລູກສອນໄຟ ປ້ອງກັນອາກາດລຸ້ນ Pan­tsir-S1 ພ້ອມກັບອຸປະກອນ
ປະກອບຕ່າງໆ ໃນລະບົບໃຫ້ກອງທັບ ມຽນມາ, ເຊິ່ງຂໍ້ມູນດັ່ງກ່າວໄດ້ຖືກເປີດເຜີຍໃນວະລາທີ່ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຣັດເຊຍ ເດີນທາງ
ຢ້ຽມຢາມ ມຽນມາ ຢ່າງເປັນທາງການ ແລະ ໄດ້ລົງນາມການຮ່ວມມືທາງດ້ານ ການທະຫານ ກັບຜູ້ບັນຊາການທະຫານສູງສຸດຂອງ ມຽນມາ ທີ່ນະຄອນ
ຫຼວງ ເນປີດໍ.

     ນອກຈາກລະບົບລູກສອນໄຟປ້ອງກັນອາກາດລຸ້ນ Pantsir-S1 ແລ້ວຍັງມີອຸປະກອນປະກອບຕ່າງໆ ພ້ອມທັງເຮືອບິນບໍ່ມີຄົນຂັບລຸ້ນ Orlan-10E
ແລະ ລະບົບຣາດາ ພ້ອມດ້ວຍອຸປະກອນສະໜັບສະໜູນ.

     ການຮ່ວມມືຂອງມຽນມາ ແລະ ຣັດເຊຍ ເລີ່ມຕົ້ນມາເປັນເວລາຫຼາຍປີແລ້ວ ເຊິ່ງຜ່ານມາ ມຽນມາ ໄດ້ມີການຊື້ຍຸດໂທປະກອນຫຼາຍຢ່າງຈາກ ຣັດ
ເຊຍ ເຊັ່ນ: ເຮືອບິນຮົບ Mig-29B,UB,SE ລວມຈໍານວນຫຼາຍເຖິງ 30 ລໍາ, ລະບົບລູກສອນໄຟປ້ອງກັນອາກາດລຸ້ນ Pechora-2M ຈໍານວນ 8 ລະ
ບົບ, ເຮລີກົບແຕລຸ້ນ Mi- 24 ແລະ ລຸ້ນ Mi-35P, ເຮືອບິນເຝິກແອບ Yak-130 ແລະ ເມື່ອບໍ່ດົນມານີ້, ໄດ້ມີການຊື້ ເຮືອບິນຮົບ ລຸ້ນ Su-30SME
ຈໍານວນ 6 ລໍາ ທີ່ກໍາລັງກຽມສົ່ງ-ມອບໃຫ້ໃນລໍາດັບຕໍ່ໄປ.

     ທັງນີ້, ຍັງບໍ່ທັນມີຄວາມຊັດເຈນວ່າ ມຽນມາ ຈະໄດ້ຮັບ-ມອບລະບົບລູກສອນໄຟປ້ອງກັນອາກາດ Pantsir-S1 ເທົ່າໃດລະບົບ, ປັດຈຸບັນ ມຽນມາ
ມີລະບົບລູກສອນໄຟປ້ອງກັນອາກາດລຸ້ນ 2K22 Tunguska, ເຊິ່ງໃຊ້ປືນຂະໜາດ 30 ມມ ລຸ້ນດຽວກັນກັບ Pantsir-S1.