ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄັ້ງ​ທຳ​ອິດ​ທີ່​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ສາມາດ​ເຕີມ​ນ້ຳມັນ​ກາງ​ອາ​ກາ​າດ​ໄດ້


     ເຮືອບິນບໍ່ມີຄົນຂັບແບບໂບ ອີງ MQ-25A Stingray ໄດ້ສົ່ງຜ່ານນໍ້າມັນໃຫ້ກັບເຮືອບິນ ແຈ້ງເຕືອນທາງອາກາດ ແລະ ຄວບຄຸມແບບ Northrop
Grumman E-2D Advan­ced Hawkeye ຂອງກອງທັບ ເຮືອສະຫະລັດອາເມຣິກາ ເປັນຄັ້ງທໍາອິດ ເມື່ອວັນທີ 19 ສິງຫາ ເຮືອບິນບໍ່ມີຄົນຂັບ MQ-
25 T1 ທີ່ທົດສອບຂອງ ບໍລິສັດ ໂບອີງ ສະຫະລັດ ໄດ້ສົ່ງຜ່ານນໍ້າມັນໃຫ້ກັບເຮືືອບິນແຈ້ງເຕືອນທາງອາກາດ ແລະ ຄວບຄຸມ E-2D Advanced
Hawkeye ໂດຍ E-2D ທີ່ເປັນເຮືອບິນຮັບເຕີມນໍ້າມັນທໍາການບິນໂດຍ ຝູງບິນທົດສອບ ແລະ ປະເມີນຄ່າທາງອາກາດ VX-20 ກອງທັບເຮືອສະຫະລັດ.

     ການບິນທົດສອບຈາກສະໜາມບິນ Mid-America St Louis, ນັກບິນຈາກຝູງບິນ VX-20 ໄດ້ ປະສົບຜົນສໍາເລັດ ໃນການບິນຕາມເສັ້ນທາງ
ຕາມຫຼັງ MQ-25T1 ເພື່ອໃຫ້ໝັ້ນໃຈສະມັດຕະພາບຄວາມສົມດູນກ່ອນທໍາການສຽບທໍ່ເຕີມນໍ້າມັນກາງອາກາດເຂົ້າກະຕ່າທໍ່ສົ່ງນໍ້າມັນຂອງ T1 ເຮືອບິນ
E-2D ໄດ້ຮັບນໍ້າມັນຈາກຖັງເກັບນໍ້າມັນ.

     ນີ້ເປັນການເຕີມນໍ້າມັນກາງອາກາດ ຄັ້ງທໍາອິດ ສໍາລັບເຮືອບິນບໍ່ມີຄົນຂັບ MQ-25 T1 ກັບ ເຮືອບິນ ແຈ້ງເຕືອນ ທາງອາກາດ ແລະ ຄວບຄຸມ
Advanced Haw­keye, ການທົດສອບການເຕີມນໍ້າມັນກາງອາກາດຄັ້ງທໍາອິດ ມີຂຶ້ນເມື່ອ ວັນທີ 4 ມິຖຸນາ 2021 ກັບເຮືອບິນຂັບໄລ່ໂບອິງ F/A-
18F Super Hornet ເປັນ ເຮືອບິນເຕີມນໍ້າມັນທັງເຮືອບິນແຈ້ງເຕືອນທາງອາກາດ ແລະ ຄວບຄຸມ E-2D Advanced Hawkeye ແລະ ເຮືອບິນ
ຂັບໄລ່ F/A-18F Super Hornet ໄດ້ບິນໃນຄວາມໄວ ແລະ ຄວາມສູງທີ່ສອດຄ່ອງກັບການປະຕິບັດການ ແລະ ເຮືອບິນທີ່ຮັບເຕີມນໍ້າມັນກາງອາ
ກາດທັງສອງແບບດໍາເນີນທ່າມທາງການບິນໃນໄລຍະໃກ້ຊິດກັບເຮືອບິນບໍ່ມີຄົນຂັບເຕີມນໍ້າມັນທາງອາກາດ MQ-25 T1.

     ໂບອິງ ກໍາລັງຜະລິດ MQ-25 Stingray ທົດສອບ 2 ລຳທໍາອິດ ຈາກ 7 ລຳ ແລະ ທົດ ສອບພາກພື້ນດິນ 2 ລຳ ທີ່ຢູ່ພາຍໃຕ້ສັນຍາໃນຂະນະນີ້.
MQ-25 T1 ທີ່ໂບອີງເປັນເຈົ້າຂອງເປັນລຸ້ນທໍາອິດ ແລະ ມີກໍານົດທີ່ຈະສົ່ງມອບໄປ ນໍຟັອກລັດເວີຈີເນຍ ສໍາລັບການທົດສອບການຄວບຄຸມເທິງດ່ານຟ້າ
ເຮືອບັນທຸກເຮືອບິນ ກອງທັບເຮືອສະຫະລັດ ໃນທ້າຍປີ 2021.

 

 

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/08/2021