ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບອາກາດ ອາເມຮິກາ ມີແຜນປັບປຸງກຳລັງ​ຄືນ​ໃໝ່ ເພື່ອຮັບປະກັນວຽກງານ​ໃນ​ສະ​ເພາະໜ້າ


     ສຳນັກຂ່າວ ຟອກສນີວ ລາຍງານວ່າ: ກອງທັບ ສະຫະລັດອາເມຮິກາ ມີແຜນການຈະປັບປຸງເຮືອບິນຂົນສົ່ງເພື່ອຮັບປະກັນ ໃຫ້ແກ່ການປະຕິບັດໜ້າທີ່
ໃນສະເພາະໜ້າ ແລະ ຍາວນານຕາມໂຄງການພັດທະນາອຸປະກອນຂົນສົ່ງການທະຫານທາງອາກາດໃນປັດຈຸບັນຮອດປີ 2030.

     ອີງຕາມການລາຍງານໃນກອງປະຊຸມດ້ານຄວາມໝັ້ນຄົງຂອງ ກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ປະຈໍາປີໃຫ້ຮູ້ວ່າ: ປັດຈຸບັນກອງທັບອາ
ກາດ ສະຫະລັດ ມີເຮືອບິນ ເຮລີກົບແຕ ລວມທັງໝົດປະ  ມານ 200 ກວ່າ ຄັນ, ໃນນັ້ນລວມທັງເຮືອບິນ ເຮລີກົບແຕລຸ້ນ UH-60 ແລະ UH-1 ທັງໝົດ
ເຊິ່ງບໍ່ອາດສາມາດຮັບປະກັນການສູ້ຮົບຂະໜາດໃຫຍ່ໄດ້, ສະນັ້ນ ກະຊວງປ້ອງກັນປະເທດ ຈໍາເປັນຕ້ອງໄດ້ວາງແຜນ ການເພື່ອປັບປຸງກໍາລັງດັ່ງກ່າວໃຫ້ມີ
ຄວາມເຂັ້ມແຂງ ແລະ ສາມາດຮັບປະກັນໃຫ້ແກ່ການສູ້ຮົບຂະໜາດໃຫຍ່ໄດ້ໃນຕໍ່ໜ້າ.

     ນາຍທະຫານຂັ້ນສູງຂອງ ກອງທັບອາກາດສະຫະລັດ ກ່າວວ່າ: ປັດຈຸບັນກອງທັບອາກາດພວກເຮົາຍັງນໍາໃຊ້ເຮືອບິນ ເຮລີກົບແຕ ທີ່ໃກ້ຈະປົດປະຈໍາ
ການຫຼາຍລຸ້ນ, ເພື່ອຕອບສະໜອງກັບສະພາບຄວາມຮຽກຮ້ອງຕ້ອງການໃນຕໍ່ໜ້າພວກເຮົາຕ້ອງໄດ້ປັບປຸງ ແລະ ເພີ່ມເຮືອບິນ ເຮລີກົບແຕ ລຸ້ນໃໝ່ທີ່ມີ
ຄວາມທັນສະໄໝຈໍານວນຫຼາຍເຂົ້າໃນກໍາລັງດັ່ງກ່າວ.