ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບຍີ່ປຸ່ນ ໄດ້ຮັບເຮືອ ກຳປັ່ນຕິດຕັ້ງຂີປະນາວຸດນຳວິຖີ


     ສຳນັກຂ່າວເຈມ ລາຍງານ ໃນວັນທີ 25 ມີນາ: ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ຫຼື ກອງກຳລັງປ້ອງກັນຕົວເອງ ໃຫ້ຮູ້ວ່າ: ກອງທັບເຮືອ
ຂອງຍີ່ປຸ່ນ ໄດ້ຮັບເຮືອກຳປັ່ນຕິດຕັ້ງຂີປະນາວຸດນຳວິຖີຈຳນວນໜຶ່ງລຳ.

     ພິທີມອບ-ຮັບໄດ້ຈັດຂຶ້ນວັນທີ 22 ມີນາ,ຢູ່ທີ່ ໂຮງງານອຸດສາຫະກຳຕໍ່ເຮືອ ມິດຊຸບີຊິ ໃນເມືອງ ທາມາໂນະ, ເຮືອກຳປັ່ນນີ້ມີຊື່ຢ່າງ ເປັນທາງການວ່າ
Mogami class, ຫຼັງຈາກນັ້ນກໍໄດ້ມີການທົດລອງແລ່ນຕາມໜ້ານ້ຳ, ໃນເບື້ອງຕົ້ນຍີ່ປຸ່ນໄດ້ສັ່ງຊື້ເຮືອປະເພດດັ່ງກ່າວຈຳນວນ 4 ລໍາໃນ ວົງເງິນ 20 ຕື້
ເຢນ ແຕ່ຄາດວ່າ ອາດຈະສັ່ງຊື້ເພີ່ມອີກ.

     ແນວໃດກໍຕາມ, ເຮືອກຳປັ່ນລຸ້ນນີ້ ໄດ້ຖືກສ້າງຂຶ້ນແຕ່ປີ 2019 ມີກຳນົດສົ່ງໃຫ້ແກ່ກອງທັບຍີ່ປຸ່ນ ໃນປີ 2022-2023 ມີລວງຍາວ 133 ແມັດ, ມີ
ລວງກວ້າງ 16,3 ແມັດ, ມີແຮງໝູນຮອບປະມານ 5,500 ໂຕນຕໍ່ວິນາທີສາມາດແລ່ນໃນຄວາມໄວສູງສຸດ ໄດ້ປະມານ 56 ກິໂລແມັດຕໍ່ຊົ່ວໂມງ, ດ້ານ
ອາວຸດສາມາດ ຕິດຕັ້ງລະບົບຂິປະນາວຸດນຳວິຖີ ໄລຍະໃກ້ ແລະ ໄກ, ນອກຈາກນີ້ ຍັງມີປືນໃຫຍ່ຍິງສະໜັບສະໜູນ ຂະໜາດ 127ມມ ແລະ ຕໍປີໂດ ອີກ
12 ລູກ ສາມາດບັນທຸກເຄື່ອງບິນເຮລີກົບແຕໄດ້ອີກດ້ວຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 29/03/2022