ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ຈະ​ຜະລິດ​ເຄື່ອງ​ຈັກ​ທີ່​ໃຊ້ພະລັງງານໄຮໂດເຈນ


     ສຳນັກຂ່າວຕາດລາຍງານໃນ ວັນທີ 27 ພຶດສະພາ ໃຫ້ຮູ້ວ່າ: ໃນໄວໆນີ້ ຜູ້ຊ່ຽວຊານຂອງສະຖາບັນ ບາໂຣ ຈະເລີ່ມລົງມືຜະລິດເຄື່ອງຈັກທີ່ແລ່ນ
ດ້ວຍພະລັງງານໄຮໂດເຈນແບບປະສົມ ເຊິ່ງຈະຖືກສ້າງຂຶ້ນບົນພື້ນຖານເຄື່ອງຈັກ ຂອງເຮືອບິນ VK-2500, ເຊິ່ງພັດທະນາມາຈາກເຄື່ອງຈັກ turbine
TV3-117.

     ປີ 2021 ທີ່ຜ່ານມາ, ຣັດເຊຍ ໄດ້ທົດລອງເຄື່ອງຈັກ Yak-40LL ທີ່ມີພະລັງງານໄຟຟ້າ 500 kW. ຄວາມອາດສາມາດຂອງມໍເຕີໄຟຟ້າປະສົມ 1.5-
2.0 MW. ລັກສະນະພິເສດຂອງເຄື່ອງຈັກ, ມັນບໍ່ພຽງແຕ່ໃຊ້ລະບົບຂັບຖ່າຍທີ່ມີປະສິດທິພາບຫຼາຍຂຶ້ນ ໂດຍອີງໃສ່ເຄື່ອງຈັກ VK-2500, ແຕ່ຍັງໃຊ້ໄຮ
ໂດເຈນທາດແຫຼວ ເປັນນໍ້າມັນເຊື້ອໄຟ ແລະ ເຄື່ອງເຮັດຄວາມເຢັນເພີ່ມຂຶ້ນຫຼາຍຂອງພະລັງງານສົມທົບກັບຄຸນລັກສະນະຂອງນ້ໍາໜັກ ແລະ ຂະໜາດຂອງ
ເຄື່ອງຈະຊ່ວຍໃຫ້ອຸນຫະພູມເຄື່ອງຈັກຕໍ່າລົງແຕ່ ປະສິດທິພາບສູງຂຶ້ນ.

     ແຜນການຜະລິດເຄື່ອງຈັກ VK-2500 ລຸ້ນທີ່ໃຊ້ພະລັງງານ ໄຮໂດເຈນ ໄດ້ຖືກລົງມືປະຕິບັດມາໄດ້ປະມານ 5 ປີ ແລະ ເຮືອບິນສາທິດທີ່ໃຊ້ພະລັງງານ
ໄຮໂດເຈນອາດຈະມີຂຶ້ນພາຍຫຼັງປີ 2035.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 30/05/2022