ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພາບ​ຈຳລອງ​ເຮືອບິນ​ຂັບ​ໄລ່ J-16 ຂອງຈີນ


ຂັບໄລ່ແບບ J-16

     ເຮືອບິນຂັບໄລ່ແບບ J-16 ຂອງ ຈີນ ເປັນທີ່ຮູ້ຈັກໃນເລື່ອງບັນທຸກໜັກ, ຈາກພາບຖ່າຍຈໍາລອງຂອງ J-16 ສະແດງໃຫ້ເຫັນວ່າ: ມີການຕິດອາວຸດ
ປາຍປີກເພີ່ມທັງມີລາງຕິດຕັ້ງອາວຸດທົ່ວລໍາໂຕຂອງ J-16 ທີ່ຜະລິດດ້ວຍວັດສະດຸປະສົມຄັອມໂພສິດ ເຮັດໃຫ້ມີນໍ້າໜັກເບົາ, ແຕ່ແຂງແຮງທົນທານ ເຊິ່ງ
ມັນສາມາດບັນທຸກໄດ້ດັ່ງນີ້: ຈະຫຼວດນໍາວິຖີແບບ PL-10 ຈໍານວນ 6 ລູກ, ໄລຍະຍິງ 20 ກິໂລແມັດ, ຈະຫຼວດນໍາວິຖີອາກາດສູ່ອາກາດແບບ PL-15
ຈໍານວນ 16 ລູກທີ່ສາມາດຍິງໃນໄລຍະ 300 ກິໂລແມັດ.

     J-16 ເປັນໜຶ່ງໃນເເຮືອບິນຂັບໄລ່ທີ່ສາມາດບັນທຸກໜັກໃນ ກອງທັບປົດປ່ອຍປະຊາຊົນຈີນ ເພາະມັນສາມາດໃຊ້ລາງຕິດອາວຸດໄດ້ 12 ລາງ ແລະ
ບັນທຸກອາວຸດໜັກໄດ້ເຖິງ 12 ໂຕນ ຈົນໄດ້ສາຍາວ່າເປັນລົດບັນທຸກໜັກລະເບີດຂະໜາດໃຫຍ່.

     ເມື່ອປຽບທຽບກັບ J-20 ເຮືອບິນຮົບລຸ້ນໃໝ່ຂອງຈີນເຖິງວ່າ J-16 ຈະບໍ່ມີສະມັດຕະພາບໃນການປິດບັງຕົວເອງ ແລະ ຄວາມໄວເທົ່າກັບ J-20,
ແຕ່ມັນສາມາດຕິດຕັ້ງຂີປະນາວຸດຂະໜາດໃຫຍ່ ໄດ້ຢ່າງນ້ອຍ 6 ລູກ ແລະ ເມື່ອທຽບກັບ F-15EX ຂອງ ສະຫະລັດອາເມຣິກາ ແລ້ວຖືວ່າ J-16 ຂອງ
ຈີນນໍາໜ້າຫຼາຍໃນເລື່ອງການບັນທຸກໜັກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/08/2021