ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາເມຣິກາ ມີແຜນການຈະຍົກລະດັບເຮືອບິນຖິ້ມລະເບີດຍຸດທະສາດ


ເຮືອບິນຖິ້ມລະເບີດ

     ຕາມຂ່າວຈາກໜັງສືພິມກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ ວ່າ: ກອງທັບອາກາດ ສະຫະລັດອາເມຣິກາ ມີແຜນການຈະຍົກລະດັບເຮືອບິນຖິ້ມລະເບີດຍຸດທະສາດ
ໄລຍະໄກເຊັ່ນ: B-52H, B-1B ແລະ B-2A ປະມານ 225 ລໍາ ທີ່ປະຈໍາການໃນກອງທັບອາກາດໃຫ້ມີອາຍຸການໃຊ້ງານເພີ່ມຂຶ້ນ.

     ທ່ານ ຕິໂມທີ ເລ ຜູ້ບັນຊາການ ທະຫານອາກາດ ສະຫະລັດອາເມຣິກາ ກ່າວວ່າ: ຄຽງຄູ່ກັບການ ພັດທະນາເຮືອບິນຖິ້ມລະເບີດລຸ້ນໃໝ່, ກອງທັບອາກາດ ສະຫະລັດ
ອາເມຣິກາ ຈໍາເປັນຕ້ອງໄດ້ຍົກລະດັບເຮືອບິນຖິ້ມລະເບີດຍຸດທະສາດໄລຍະໄກລຸ້ນຕ່າງໆ ທີ່ມີຢູ່ໃນກອງທັບໃຫ້ມີອາຍຸການໃຊ້ ງານໄດ້ເພິ່ມຂຶ້ນ ເພື່ອຕອບສະໜອງໃຫ້ໄດ້
ຕາມຄວາມຮຽກຮ້ອງຕ້ອງການຂອງສະໜາມຮົບຕົວຈິງໃນຍຸກສະໄໝປັດຈຸບັນກໍຄື ອະນາຄົດ.

     ຜູ້ຊ່ຽວຊານທາງດ້ານການທະຫານ ສະຫະລັດອາເມຣິກາ ກ່າວວ່າ: ແຜນການຍົກລະດັບເຮືອບິນຖິ້ມລະເບີດຍຸດທະສາດໄລຍະໄກໃນຄັ້ງນີ້ຈໍາເປັນຕ້ອງໄດ້ໃຊ້ງົບປະ
ມານສູງເຖິງ 600 ລ້ານໂດລາສະຫະລັດ ຕໍ່ຄັນ, ສະນັ້ນກອງທັບຈະຕ້ອງໄດ້ຫຼຸດຈໍານວນເຮືອບິນທີ່ຈະຍົກລະດັບຈາກ 225 ລໍາ ມາເປັນ 175 ລໍາ ເພື່ອເປັນການປະຢັດງົບ
ປະມານພ້ອມທັງເຮັດໃຫ້ເຮືອບິນຖິ້ມລະເບີດ ທີ່ໄດ້ຮັບການປັບປຸງມີຄຸນນະພາບ ແລະ ນໍາໃຊ້ເຕັກໂນໂລຊີ ທີ່ມີຄວາມທັນສະໄໝສາມາດລົບຫຼີກຈາກການຕິດຕາມຄົ້ນຫາ
ແລະ ຍິງຕ້ານດ້ວຍອາວຸດຄວາມ ໄວກວ່າສຽງໄດ້.