ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ ເກົາຫຼີ ​ເຊັນ​ສັນຍາ​ຜະລ​ິດ​ເຮືອບິນ​ຂັບ​ໄຂ່​ຄວາມ​ໄວ​ກວ່າ​ສຽງ


     ບໍລິສັດອຸດສາຫະກໍາອາວະກາດ ສ ເກົາຫຼີ ໄດ້ລົງນາມສັນຍາກັບ ກອງທັບອາກາດໄທ ເພື່ອຜະລິດເຮືອບິນເຝິກແອບຂັບໄລ່ແບບ T-50 ຈໍານວນ 2
ລໍາ ໃຫ້ກອງທັບໄທ ໃນວົງເງິນ 78 ລ້ານໂດ ລາສະຫະລັດ.

     ບໍລິສັດອຸດສາຫະກໍາອາວະກາດ ສ ເກົາຫຼີ ຢືນຢັນຕໍ່ຂໍ້ຕົກລົງດັ່ງກ່າວ ເຊິ່ງລວມທັງງົບການເຝິກແອບ ແລະ ການສະໜັບສະໜູນ ເພື່ອອໍານວຍຄວາມ
ສະດວກໃນການໃຊ້ງານ ແລະ ການບໍາລຸງຮັກສາເຮືອບິນຮົບ ຈໍານວນດັ່ງກ່າວ.

     ສ່ວນກໍານົດ ສົ່ງມອບແມ່ນເດືອນພະຈິກ 2023 ແລະ ນັ້ນຈະເຮັດໃຫ້ກອງທັບອາກາດໄທ ມີເຮືອບິນຂັບໄລ່ຄວາມໄວກວ່າສຽງແບບ T-50 ລວມ
ທັງໝົດ 14 ລໍາ ເພື່ອມາທົດ ແທນເຮືອບິນລຸ້ນ AERO L-39 ທີ່ທະຍອຍປົດປະຈໍາການໄປ.

     T-50 ເປັນເຮືອບິນຂັບໄລ່ທີ່ດີຂອງໂລກຊະນິດໜຶ່ງ ສາມາດຕິດອາວຸດປ່ອຍນໍາວິຖີໄລຍະກາງໄດ້ ລວມທັງຕິດລະເບີດອະເນກປະສົງຊະນິດຕ່າງໆໄດ້,
ສ່ວນໂຄງສ້າງແມ່ນຄ້າຍຄືກັບ F-16 ແຖມຍັງມີ ຄວາມໄວກວ່າສຽງທັງນີ້ ກອງທັບອາກາດໄທ ຈະໃຊ້ T-50 ເຂົ້າໃນການເຝິກທະຫານແບບດຽວກັບ
ການໃຊ້ F-16.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 31/01/2022