ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລະບົບເອເລັກໂຕຣນິກທາງທະຫານ ຂອງຣັດເຊຍມີປະສິດທິຜົນໃນການສູ້ຮົບ

     ໜັງສືພິມກອງທັບປະຊາຊົນ ຫວຽດນາມໃຫ້ຮູ້ວ່າ: ຣັດເຊຍ ໃນຖານະທີ່ເປັນປະເທດ ພັດທະນາທາງດ້ານເຕັກໂນໂລຊີການທະຫານ, ສະນັ້ນມັນບໍ່ເປັນ
ເລື່ອງແປກໃຈ ທີ່ ຣັດເຊຍ ຈະເປັນຜູ້ນຳ ໃນຂະແໜງການເອເລັກໂຕຣນິກ ທາງທະຫານ ທີ່ທັນສະໄໝກວ່າໝູ່ໃນໂລກ.

     ລະບົບປ້ອງກັນເອເລັກໂຕຣນິກ ໄດ້ມີບົດບາດສຳຄັນ ໃນການສະກັດ ແລະ ຕີຕ້ານການບຸກໂຈມຕີ ດ້ວຍຍົນບໍ່ມີຄົນຂັບ ຂອງຝ່າຍກົງກັນຂ້າມ.

     ລະບົບເອເລັກໂຕຣນິກ ຂອງ ຣັດເຊຍ ໄດ້ຮັບການພັດທະນາ ໃນຫຼາຍຮູບແບບ, ເໝາະສົມກັບການປະກອບອາວຸດຍຸດໂທ ໃຫ້ແກ່ບັນດາກອງທັບເຮືອ,
ກອງທັບບົກ, ກອງທັບອາກາດ.

     ຕາມຂໍ້ມູນຂອງກະຊວງປ້ອງກັນປະເທດ ຣັດເຊຍແລ້ວ, ໜຶ່ງໃນອາວຸດເອເລັກໂຕຣນິກ ຂອງ ຣັດເຊຍ ກໍຄື "ຄັນຮົ່ມປ້ອງກັນ ທາງດ້ານເອເລັກໂຕຣນິກ"
ເຊິ່ງ ມັນສາມາດຕ້ານອຸປະກອນສອດແນມ ຂອງວິທະຍຸ ແລະ ອາວຸດ ໂຈມຕີເອເລັກໂຕຣນິກ ຂອງຝ່າຍກົງກັນຂ້າມ. ອາວຸດດັ່ງກ່າວ ສາມາດເຫັນໄດ້ທີ່ຕິດ
ຕັ້ງ ຢູ່ໃນ ເຮລີກົບແຕ Mi-8. ອາວຸດນີ້ ສາມາດສະກັດກັ້ນ ໃນການແຊກແຊງທາງເອເລັກໂຕຣນິກ ໃນກະແສຄື້ນ ຂອງການສື່ສານຕ່າງໆ. ຫຼື ເອີ້ນເປັນ ພາສາ
ອັງກິດວ່າ umbrella ເປັນຄັນຮົ່ມຕ້ານສົງຄາມເອເລັກໂຕຣນິກ ທີ່ທັນສະໄໝ ຂອງຣັດເຊຍ ຢ່າງມີປະສິດທິຜົນ ໃນການສູ້ຮົບ ແລະ ການທົດ ລອງພາກສະ
ໜາມ. ສາມາດຕິດຕັ້ງໃສ່ຍົນສູ້ຮົບ Su-34, ໂດຍມັນຈະຈັບສັນຍານເຣດາ ແບບອັດຕະໂນມັດ ພ້ອມທັງປ່ອຍເລເຊີ ລົບກວນຝ່າຍກົງກັນຂ້າມ ເຮັດໃຫ້
ສັດຕູ້ບໍ່ສາມາດ ຈັບການເຄື່ອນໄຫວໄດ້.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 30/03/2022