ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ເປີດເຜີຍຂໍ້ມູນກ່ຽວກັບລະເບີດ ນິວເຄລຍ ລຸ້ນໃໝ່


ອາວຸດນິວເຄລຍເຄລຍລຸ້ນໃໝ່ທີ່ມີອານຸພາບທໍາລາຍສູງທີ່ສຸດ

     ຕາມຂ່າວຈາກໜັງສືພິມກອງທັບປະຊາຊົນ ຫວຽດນາມ ໃຫ້ຮູ້ວ່າ: ເພື່ອສະເຫຼີມສະຫຼອງວັນຄົບຮອບ 75 ປີ ແຫ່ງການສ້າງຕັ້ງອຸດສາຫະກໍາດ້ານ ອາວຸດນິວເຄລຍຂອງ
ຣັດເຊຍ, ຣັດເຊຍຈຶິ່ງໄດ້ເປີດເຜີຍຂໍ້ມູນກ່ຽວກັບລະເບີດ ນິວເຄລຍລຸ້ນໃໝ່ ທີ່ມີອານຸພາບທໍາລາຍສູງທີ່ສຸດ.

     ລະເບີດ ນິວເຄລຍ ລຸ້ນໃໝ່ນີ້, ມີຊື່ວ່າ Tsar Bomba ຖືວ່າເປັນລະເບີດທີ່ມີຂະໜາດໃຫຍ່ທີ່ສຸດ, ເຊິ່ງມີນ້ຳໜັກເຖີງ 26,5 ໂຕນ, ເວລາຖືກປ່ອຍລົງຈາກເຮືອບິນລະ
ເບີດຈະແຕກໃນໄລຍະຫ່າງຈາກໜ້າດິນປະມານ 10.500 ແມັດ ແລະ ແຕກເປັນວົງກວ້າງເຖິງ 1.000 ກິໂລແມັດ. ສະນັ້ນ, ໜ່ວຍງານທີ່ກ່ຽວຂ້ອງຕ້ອງໄດ້ຄົ້ນຄວ້າເພື່ອ
ຊອກຫາເຮືອບິນທີ່ມີຄວາມເໝາະສົມໃນການບັນທຸກລະເບີດລຸ້ນດັ່ງກ່າວ. ນອກຈາກນັ້ນ, ເຮືອບິນຖິ້ມລະເບີດຈໍາເປັນຕ້ອງມີຄວາມໄວສູງທີ່ສຸດ ເພື່ອອອກຈາກຈຸດຖິ້ມລະ
ເບີດໄດ້ຢ່າງວ່ອງໄວ ເພື່ອຄວາມປອດໄພ.

     ຜູ້ຊ່ຽວຊານທາງດ້ານການທະຫານຂອງ ຣັດເຊຍ ກ່າວວ່າ: ເຮືອບິນຖິ້ມລະເບີດທີ່ເໝາະສົມ ແລະ ສາມາດບັນທຸກລະເບີດ ນິວເຄລຍ Tsar Bomba ຕ້ອງເປັນ ເຮືອ
ບິນຖິ້ມລະເບີດຍຸດທະສາດ Tu-95V ເພາະເປັນເຮືອບິນທີ່ມີເຕັກໂນໂລຊີທີ່ມີຄວາມທັນສະໄໝ ແລະ ມີອຸປະກອນການວັດແທກຄວາມແຮງຂອງລະເບີດ. ພ້ອມກັນນັ້ນ,
ເຮືອບິນລຸ້ນນີ້ ຍັງມີສອງເຄື່ອງຈັກທີ່ມີແຮງມ້າສູງ ທີ່ສາມາດບິນອອກຈາກຈຸດຖິ້ມລະເບີດໄດ້ຢ່າງວ່ອງໄວ ແລະ ມີຄວາມປອດໄພດ້ວຍຄວາມໄວສູງ.