ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນໂດເນເຊຍ ຢືນຢັນທີ່​ຈະ​ເຂົ້າ​ຮ່ວມ​ໂຄງການ​ສ້າງ​ເຮືອບິນ​ຂັບ​ໄລ່​ກັບ ສ ​ເກົາຫຼີ


ເຮືອບິນຂັບໄລ່ແບບ KF-21

     ນັກວິສະວະກອນຂອງ ອິນໂດເນເຊຍ ກັບເຂົ້າຮ່ວມອຸດສາຫະກໍາອາວະກາດທີ່ນໍາໂດຍ ສ ເກົາຫຼີ ເພື່ອພັດທະນາເຮືອບິນຂັບໄລ່ແບບ KF-21. ສໍານັກ
ງານບໍລິຫານການຈັດຊື້ອຸປະກອນທາງທະຫານຂອງ ເກົາຫຼີ ກ່າວວ່າ: ການພັດທະນາໂຄງການດັ່ງກ່າວ ເກີດຂຶ້ນຫຼັງຈາກທີ່ ອິນໂດເນເຊຍ ຢືນຢັນຄວາມມຸ່ງ
ໝັ້ນການເຂົ້າຮ່ວມໂຄງການພັດທະນາເຮືອບິນຂັບໄລ່. ທັງນີ້, ອິນໂດເນເຊຍ ໄດ້ສົ່ງນັກວິສະວະກອນ ຈໍານວນ 32 ຄົນ ເຂົ້າຮ່ວມ ແລະ ຈະເພີ່ມຂຶ້ນເປັນ
100 ຄົນ ພາຍໃນປີນີ້.

     ດ້ານກະຊວງອຸດສາຫະກໍາສ ເກົາຫຼີ ກ່າວວ່າ: ຊ່າງເຕັກນິກທີ່ເຂົ້າມາປະຕິບັດໜ້າທີ່ກັບໂຄງການ KF-21 ເຊິ່ງນີ້ເປັນການຕັດສິນໃຈຂອງລັດຖະບານ
ອິນໂດເນເຊຍ ແລະ ປະເທດ ຈາກາຕາ ເອງກໍຕ້ອງການໃຫ້ນັກວິສະວະກອນ ອິນໂດເນເຊຍ ເຂົ້າມາມີສ່ວນຮ່ວມເພື່ອພັດທະນາຮ່ວມກັນ.ສ ເກົາຫຼີ ແລະ
ອິນໂດເນເຊຍ ຕົກລົງຮ່ວມກັນໃນ ປີ 2015 ວ່າຈະລົງທຶນຮ່ວມກັນພັດທະນາໂຄງການນີ້ ໂດຍມີມູນຄ່າ 7,6 ຕື້ ໂດລາສະຫະລັດ ໂດຍຈາກາຕາຈະອອກ
20% ເພື່ອແລກກັບການເຂົ້າເຖິງເຕັກໂນໂລຊີ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 31/08/2021