ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ​ວິທະຍາສາດ-ປະຫວັດສາດ​ ການ​ທະຫານ ທົດ​ລອງ​
ການ​ນຳ​ໃຊ້​ຜະລິດ​ຕະ​ພັນ​ຈາກ​ການ​ຄົ້ນຄວ້າ


   ໃນ​ວັນ​ທີ 28 ກຸມພາ 2023 ນີ້, ກົມ​ວິທະຍາສາດ-ປະຫວັດສາດ​ການ​ທະຫານ ໄດ້​ຈັດພິທີ​ປິດ​ໂຄງການ ແລະ ທົດ​ລອງ​ການ​ນຳ​ໃຊ້​ຜະລິດ​ຕະ​ພັນ ​ ຈາກ​ການ​ຄົ້ນຄວ້າໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ໂທ ທອງ​ລອຍ ສິລິ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າ​ກົມ​ໃຫຍ່​ການ ເມືອງ​ກອງທັບ, ປະທານ​ສະພາ​ວິທະຍາສາດ​ການ​ທະຫານກະຊວງ​ປ້ອງ​ກັນ​ປະເທດ, ມີ​ຄະນະ​ກົມ, ແຂກ​ທີ່​ຖືກ​ເຊີນ​ພ້ອມ​ດ້ວຍ​ພະນັກງານ​ວິຊາ​ການກົມ​ວິທະຍາ ສາດ-ປະຫວັດສາດ ການ​ທະຫານ​ເຂົ້າ​ຮ່ວມ.

   ສະຫາຍ ພົນ​ຈັດຕະວາ ວຽງ​ໄຊ ສົມ​ວິຈິດ ຫົວໜ້າ​ກົມ​ວິທະຍາສາດ-ປະຫວັດສາດ​ການ​ທະ ຫານ​ໄດ້​ຜ່ານ​ແຜນ​ການຈັດຕັ້ງ​ການ​ປະຕິບັດ​ໃນ 2 ໂຄງການ ​ຄື: ໂຄງການ​ຄົ້ນຄວ້າ​ອອກ​ແບບ​ລູກປືນ​ໃຫຍ່​ໜ້າດິນ ສຳລັບ​ການ​ຮຽນ - ການ​ສອນ ແລະ ຫັດ​ແອບ ແມ່ນ​ໂຄງການ​ທີ່​ໄດ້​ຮັບ​ການ​ອະນຸມັດ ​ຢ່າງ​ເປັນ​ທາງ ​ການ​ ຈາກ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ໂດຍ​ມອບ​ໃຫ້​ ກົມ​ວິທະຍາສາດ-ປະຫວັດ ສາດ​ການ​ທະຫານ​ເປັນ​ຜູ້​ຮັບຜິດຊອບ​ໂດຍ​ກົງ​ຮອບດ້ານ ເພື່ອ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ເກີດ​ໝາກຜົນ, ໂຄງການ​ດັ່ງກ່າວ​ແມ່ນ​ຫົວຄິດ​ປະດິດ​ສ້າງ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ຄະນະ​ພັກ-ຄະນະ​ບັນຊາ ແລະ ພະນັກງານ​ວິ ຊາ​ການ​ ຂອງ​ກົມ​ວິທະຍາສາດ-ປະຫວັດສາດ​ການ​ທະຫານ, ໂຄງການ​ນີ້ມີ​ຈຸດປະສົງ​ເພື່ອ​ສ້າງ​ອຸປະກອນ​ຈຳລອງ​ໃຫ້​ແກ່​ການ​ຍິງ​ລູກປືນ​ໃຫຍ່​ໜ້າດິນ​ໃນ​ທຸກ ຮູບ​ແບບເພື່ອ​ຈຳລອງ​ການ​ຫັດ​ແອບ​ຢ່າງ​ຄົບ​ຊຸດ​ຂອງ​ຍຸດທະວິທີ ແລະ ບັນດາ​ທ່າຈັງຫວະ ຂັ້ນ​ຕອນ​ຂອງ​ການ​ຍິງ​ລູກປືນ​ໃຫຍ່ເຮັດ​ໃຫ້ການ​ຫັດ​ແອບ​ມີ​ຄວາມ ​ຄ້າຍ​ຄຽງ​ກັບ​ການ​ຍິງ​ປືນ​ໃຫຍ່​ແທ້ ເຊິ່ງ​ຜະລິດ​ຕະ​ພັນ​ຄົ້ນຄວ້າ​ນີ້​ຈະ​ມຸ່ງ​ເນັ້ນ​ໃສ່​ການ​ຫັດ​ແອບ​ໃຫ້​ມີ​ຄວາມ​ປະ​ຫຍັດ, ປະຕິບັດ​ການ​ຫັດ​ແອບ​ໄດ້​ຫຼາຍ​ຄັ້ງ​ຕໍ່​ ເນື່ອງ, ສະດວກ​ໃນ​ການ​ຊອກ​ພື້ນ​ທີ່​ເພື່ອ​ຫັດ​ແອບ ແລະ ຮັບປະກັນໃຫ້ມີ​ຄວາມ​ປອດ​ໄພ​ສູງ, ສ່ວນ​ໂຄງການ​ຄົ້ນຄວ້າ​ອອກ​ແບບ​ເສື້ອ​ເກາະ​ກັນ​ລູກ​ກະສຸນ ​ກໍ່​ແມ່ນ​ໂຄງການ​ໜຶ່ງ​ທີ່​ໄດ້​ຮັບ​ການ​ອະນຸມັດ​ຈາກ​ຂັ້ນ​ເທິງ ຈຸດປະສົງ​ຂອງ​ໂຄງການ​ນີ້​ແມ່ນ​ການ​ດຳເນີນ​ການ​ຄົ້ນຄວ້າ​ອອກ​ແບບຊອກ​ຫາ​ບັນດາ​ວັດຖຸ​ເພື່ອ ​ ໃຫ້​ມີ​ທ່າແຮງ​ໃນ​ການ​ຜະລິດ​ເສື້ອ​ເກາະ​ກັນ​ລູກ​ກະສຸນ​ດ້ວຍ​ຕົນ​ເອງ ຕອບ​ສະໜອງ​ໃຫ້​ແກ່​ກຳລັງ​ສູ້​ຮົບ ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ການ​ປະຕິບັດ ​ໜ້າທີ່, ໂຄງການ​ນີ້​ເປັນ​ການ​ຄົ້ນຄວ້າ​ໃນ​ຂັ້ນ​ຕົ້ນ​ເຊິ່ງ​ມີ​ເປົ້າ​ໝາຍ​ຄົ້ນຄວ້າ​ອອກ​ແບບ​ເສື້ອ​ເກາະ​ໃນ 2 ປະເພດ​ຄື: ປະເພດ​ທີ່ນຳ​ໃຊ້​ປ້ອງ​ກັນ​ລູກ​ກະສຸນ​ຂະໜາດ 7,62x 39 ​ມມ ເຊິ່ງ​ເປັນ​ປະເພດ​ປືນ AK, M16, ປະເພດ​ທີ 2 ເປັນ​ການ​ອອກ​ແບບ​ສຳລັບ​ປ້ອງ​ກັນ​ລູກ​ກະສຸນ​ປະເພດ​ປືນ​ສັ້ນ​ຂະໜາດ 9x18 ​ມມ ເຊິ່ງ​ເປັນ​ປືນ ​ປະເພດ K59 ເຊິ່ງ​ຜົນ​ຂອງ​ການ​ຄົ້ນຄວ້າ​ໂຄງການ​ນີ້ ໄດ້​ເຮັດ​ໃຫ້​ໃຫ້​ມີ​ທ່າແຮງ​ໃນ​ການ​ຜະລິດ​ເສື້ອ​ເກາະ​ກັນ​ລູກ​ກະສຸນ​ທັງ 2 ປະເພດ​ທີ່​ມີ​ມູນ ​ຄ່າ​ທີ່​ບໍ່​ສູງ ແລະ ສາມາດ​ ຜະລິດ​ເປັນ​ຈຳນວນ​ຫຼາຍ​ຕາມ​ຄວາມ​ຕ້ອງການ​ໄດ້. ຜ່ານ​ການຈັດຕັ້ງ​ປະຕິບັດ 2 ໂຄງການ​ດັ່ງກ່າວ​ໄດ້​ມີ​ຜົນສຳເລັດ​ເປັນ​ຢ່າງດີ​ ຍ້ອນ​ວ່າ​ໄດ້​ຮັບຄວາມ​ເອົາໃຈໃສ່​ຢ່າງ​ໃກ້ຊິດຕິດແທດ, ໄດ້​ຮັບ​ຄວາມ​ຮ່ວມ​ມື, ສະໜັບສະໜູນ ແລະ ຊ່ວຍເຫຼືອ​ຈາກ​ບັນດາ​ກົມ​ກອງ​ທີ່​ກ່ຽວຂ້ອງ​ໂດຍ​ສະ ເພາະ​ຄະນະ​ພັກ-ຄະນະ​ບັນຊາ​ກົມປືນ​ໃຫ​​ຍ່ໜ້າດິນ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ທີ່​ໃຫ້​ຄວາມ​ຮ່ວມ​ມື​ຕອບ​ສະໜອງ​ບັນດາ​ຂໍ້​ມູນ​ທີ່​ຈຳເປັນ ແລະ ຍັງ​ໄດ້​ແຕ່ງ ຕັ້ງ​ພະນັກງານ ​ວິຊາ​ການ​ທີ່​ມີ​ຄວາມ​ຮູ້ມີ​ປະສົບ​ການ​ມາ​ເຂົ້າ​ຮ່ວມ​ໃນ​ການ​ຄົ້ນຄວ້າ.

   ໂອກາດ​ດຽວ​ກັນ​ນີ້, ສະຫາຍ ພົນ​ໂທ ທອງ​ລອຍ ສິລິ​ວົງ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ ແລະ ຄວາມ​ສຳເລັດ​ທີ່​ກົມ​ວິທະຍາສາດ-ປະຫວັດ ສາດ​ ການ​ທະຫານ​ທີ່​ຍາດ​ມາ​ໄດ້​ໃນ​ການຈັດ ຕັ້ງ​ປະຕິບັດ 2 ໂຄງການ​ດັ່ງກ່າວ ພ້ອມ​ນີ້ ກໍ​ຮຽກຮ້ອງ​ໃຫ້​ພະນັກງານ-ວິຊາ​ການ​ຈົ່ງ​ສືບຕໍ່​ເອົາໃຈໃສ່​ຕໍ່​ວິຊາ​ສະ ເພາະ​ຂອງ​ຕົນ​ເພື່ອ​ພ້ອມ​ກັນ​ພັດທະນາ​ປັບປຸງ, ພາຫະນະ​ເຕັກນິກ​ການ​ທະຫານ,ອາວຸດ​ໃຫ້​ມີ​ຄວາມ​ທັນ​ສະໄໝ,ທົນ​ທານ,ນຳ​ໃຊ້​ໄດ້​ຍາວ​ນານ ເພື່ອ​ຫຼຸດຜ່ອນ ​ ການ​ຈັດ​ຊື້​ຈາກ​ຕ່າງປະເທດ.

ແຫຼ່ງທີ່ມາ:ສົມ​ຄິດ ພູມ​ມີ​ຈິດ
ວັນທີ 02/03/2023