ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບ​ຖອດ​ຖອນ​ບົດຮຽນ​ການ​​ຊ້ອມ​ຮົບ​ຮ່ວມກັນລະຫວ່າງ ລາວ-ຣັດ​ເຊຍ
ແລະ ການ​ແຂ່ງຂັນ​ກິລາ​ການ​ທະຫານ​ສາກົນ


   ວັນ​ທີ 1 ມີນາ 2023 ນີ້, ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ການ​​ຊ້ອມ​ຮົບ​ຮ່ວມກັນ ລາວ-ຣັດ​ເຊຍ (LAROS - 2022) ແລະ ການ​ແຂ່ງຂັນ​ກິລາ​ການ​ທະຫານ​ສາ ກົນ (ARMY GAMES-2022) ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກ ສອນ ຮອງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ຄະນະ​ຊີ້​ນຳ​ລວມ, ອະນຸ​ກຳມະການ, ຜູ້ຕາງໜ້າ​ຄະນະ​ພັກ-ຄະນະ​ບັນຊາ, ບັນດາ​ອົງການ, ກົມ​ກອງ​ທີ່​ກ່ຽວຂ້ອງ ພ້ອມ​ດ້ວຍ​ນັກ​ກິລາ​ແຕ່​ລະ​ປະເພດ​ເຂົ້າ​ຮ່ວມ.

   ສະຫາຍ ພັນ​ໂທ ຄຳ​ຈັນ ແສນມະນີ ຫົວໜ້າ​ພະ​ແນກອົບຮົມ​ກົມ​ລົດ​ຕັງ ໄດ້​ຍົກ​ໃຫ້​ເຫັນ​ຜົນ ງານລວມ​ທີ່​ກອງທັບ​ປະຊາຊົນ​ລາວ​ຍາດ​ມາ​ໄດ້​ໃນ​ການ​ເຂົ້າ ​ ຮ່ວມ​ສອງ​ຂະ​ບວນ​ການ​ດັ່ງກ່າວ ເຊິ່ງ​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດໄດ້​ໃຫ້​ຄວາມ​ສຳຄັນ ແລະ ເປີດ​ກວ້າງ​ວຽກ​ງານ​ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ການ ​ ທະຫານ​ສາກົນ ເພື່ອ​ຍົກ​ສູງ​ບົດບາດ​ຂອງ​ກອງທັບ​ປະຊາຊົນ​ລາວ​ກ້າວ​ສູ່​ເວທີ​ການ​ທະຫານ​ສາ ກົນ​ກໍຄື​ພາກ​ພື້ນ ໂດຍ​ສະເພາະ​ແມ່ນ​ການ​ອອກ​ຂ່າວ​ຜ່ານ​ສື່​ສັງ ຄົມ​ອອນ​ລາຍຄຽງ​ຄູ່​ກັນ​ນີ້​ຄະນະ​ນຳ​ກະ ຊວງ​ປ້ອງ​ກັນ​ປະເທດ, ບັນດາ​ອົງການ​ກົມ​ໃຫຍ່, ກົມ​ວິຊາ​ສະເພາະ​ອ້ອມ​ຂ້າງ​ກະຊວງ​ໄດ້​ຊີ້​ນຳ​ຢ່າງ​ໃກ້ ຊິດຕິດແທດ​ໃນ ​ ການ​ເຝິກຊ້ອມ​ຫັດ​ແອບ​ໄປ​ແຂ່ງຂັນ​ກໍຄື​ການ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ ພ້ອມ​ນີ້​ບັນ ດາ​ອະນຸ​ກຳມະການ​ຮັບຜິດຊອບຕະຫຼອດ​ເຖິງ​ພະນັກງານ-ນັກຮົບ​ທີ່​ ເຂົ້າ​ຮ່ວມ​ການ​ແຂ່ງຂັນ ແລະ ຊ້ອມ​ຮົບ​ລ້ວນ​ແຕ່​ມີ​ການ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ທາງ​ດ້ານ​ການເມືອງ-​ແນວ​ຄິດ ແລະ ອົບຮົມ​ຫັດ​ແອບ​ທາງ​ດ້ານ​ວິຊາ​ສະເພາະ ໂດຍ​ສະເພາະ​ການ​ນຳ​ໃຊ້​ພາຫະນະ, ອາວຸດ​ຍຸດ​ໂທ​ປະກອນ​ທີ່​ກົມ​ກອງ​ປະກອບ​ໃຫ້​ຢ່າງ​ເປັນ​ປົກກະຕິ​ຕໍ່​ເນື່ອງ. ຜ່ານ​ການຈັດຕັ້ງ​ຊ້ອມ​ຮົບ ແລະ ເຂົ້າ​ຮ່ວມ​ການ ​ ແຂ່ງຂັນ​ທີ່​ຕິດ​ພັນ​ກັບ​ການ​ນຳ​ໃຊ້​ພາຫະນະ​ເຕັກນິກ ແລະ ອາວຸດ​ຍຸດ​ໂທ​ປະກອນ​ຂອງ​ທຸກ​ພາກສ່ວນ​ແມ່ນ​ຮັບປະກັນ​ຄວາມ​ປອດ​ໄພ 100%. ສຳລັບ​ການ ​ເຂົ້າ​ຮ່ວມ​ແຂ່ງຂັນ​ກິລາ​ການ​ທະຫານ​ນາໆຊາດ 2022 ທີ່ ສ ຣັດ​ເຊຍ, ກອງ ທັບ​ປະຊາຊົນ​ລາວ​ໄດ້​ຖືກ​ເຊີນ​ເຂົ້າ​ຮ່ວມ​ເປັນ​ຄັ້ງ​ທີ 6 ຈັດ​ຕັ້ງ​ກຳລັງ​ເຂົ້າ​ຮ່ວມ 3 ປະເພດ​ກິລາ​ຄື: ທີມ​ລົດ​ຕັງ​ຈັດ​ໃນ​ອັນ​ດັບ​ທີ 6 ຈາກ 11 ປະເທດ, ທີມ​ຊ່າງ​ແສງ​ຈັດ​ໃນ​ອັນ​ດັບ​ທີ 3 ຈາກ 5 ປະເທດ ແລະ ທີມ​ສື່ສານ​ຈັດ​ໃນ​ອັນ​ດັບ​ທີ 3 ຈາກ 12 ປະ ເທດ. ຕໍ່​ຜົນງານ​ທີ່​ຍາດ​ມາ​ໄດ້​ນັ້ນ, ກະຊວງ​ປ້ອງ​ກັນ​ປະ ເທດໄດ້​ ຕົກລົງ​ຍ້ອງຍໍ​ໃຫ້​ແກ່​ກົມ​ກອງ​ລວມ​ໝູ່, ບຸກຄົນທີ່​ມີ​ຜົນງານ​ດີເດັ່ນ​ໃນ​ການ ​ ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ໃນ​ນີ້​ກະຊວງ​ປ້ອງ​ກັນ​ປະເທດ ຕົກລົງ​ມອບ​ຫຼຽນ​ໄຊ​ພິລະ​ອາດ​ຫານ​ຊັ້ນ III ໃຫ້​ແກ່​ກົມ​ກອງ​ລວມ​ໝູ່ ຈຳນວນ 28 ກົມ​ກອງ, ມອບ​ໃບ​ຍ້ອງຍໍ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ໃຫ້​ກົມ​ກອງ​ລວມ​ໝູ່ 12 ກົມ​ກອງ, ມອບ​ໃບ​ຍ້ອງຍໍ​ຂອງ​ກະ ຊວງ​ປ້ອງ​ກັນ​ປະເທດ​ໃຫ້​ແກ່​ບຸກຄົນ​ຈຳນວນ 800 ສະຫາຍ ແລະ ມອບ​ໃບ​ຍ້ອງຍໍ​ກົມ​ໃຫຍ່​ການເມືອງ​ກອງທັບ ຈຳນວນ 316 ສະຫາຍ.

   ໂອກາດ​ນີ້ ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ໄດ້​ກ່າວ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ຕະຫຼອດ​ຮອດ​ພະນັກງານ-ນັກຮົບ, ເວົ້າ​ສະເພາະ​ແມ່ນບັນດາ​ ເຫຼົ່າ​ຮົບຈົ່ງ​ເປັນ​ເຈົ້າ​ການ​ໃນການ ເຝິກແອບ​ຮໍ່າຮຽນ​ໃຫ້​ມີ​ຄວາມ​ຊຳນານ ແລະ ປະ​ສິດທິ​ຜົນ​ສູງ, ເພີ່ມ​ທະວີ​ການ​ຊີ້​ນຳ-ນຳ​ພາໃຫ້​ແທດເໝາະ​ກັບ​ວຽກ​ງານ​ຕົວ​ຈິງ, ຍົກ​ລະດັບ​ຄວາມຮູ້​ຄວາມ​ສາ ມາດ​ໃນ​ການ​ນຳ​ໃຊ້​ພາຫະນະ​ເຕັກນິກ-ອາວຸດ​ຍຸດ​ໂທ​ປະກອນ ທາງ​ດ້ານ​ສິລະ​ປະຍຸດ-ຍຸດທະວິທີ​ໃຫ້​ສູງ​ຂຶ້ນ​ກວ່າ​ເກົ່າ, ເຊີດ​ຊູ​ນໍ້າໃຈ​ເສຍສະຫຼະ​ອົດທົນ​ຜ່ານຜ່າ​ຄວາມ​ຫຍຸ້ງຍາກ, ປັບປຸງ​ທາງ​ດ້ານ​ກຳລັງ​ໃຫ້​ມີ​ຄວາມ​ໜັກ ​ ແໜ້ນ​ເຂັ້ມແຂງ, ເພື່ອ​ກຽມພ້ອມ​ເຮັດ​ສຳເລັດ​ໜ້າທີ່​ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້.

ແຫຼ່ງທີ່ມາ:ນາລີ
ວັນທີ 03/03/2023