ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານປະເທດລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ
ເລຂາພັກແຂວງຢຸນນານ


   ໃນວັນທີ 30 ມີນາ 2023, ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ໜິງ, ເລຂາພັກແຂວງຢຸນນານ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 29 ມີນາ ຫາ 1 ເມສາ 2023.

   ໃນໂອກາດນີ້, ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນແຂວງ ຢຸນນານ ໃນການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຍຸດທະສາດຮອບດ້ານ ລາວຈີນ ຕາມທິດ 4 ດີ, ການເປັນຄູ່ຮ່ວມຊະຕາກຳ ລາວຈີນ, ຈີນລາວ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງ ຕໍ່ເນື່ອງ ທັງລວງກວ້າງ ແລະ ລວງເລິກ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ແຂວງຢຸນນານ. ສປປ ລາວ ຖືສໍາ ຄັນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ແຂວງຢຸນນານ, ໂດຍສະເພາະການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຂອງສອງ ລັດຖະບານ ກໍຄືການລົງທຶນ ແລະ ດໍາເນີນທຸລະກິດຢູ່ ສປປ ລາວ ຂອງວິສາຫະກິດນັກລົງທຶນຂອງແຂວງຢຸນນານ ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດ ທະນາເສດຖະກິດສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ. ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ກໍ່ສະເຫນີໃຫ້ສອງຝ່າຍ ສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກ ລົງຂອງການນຳຂັ້ນສູງໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີໝາກຜົນເປັນຢ່າງດີ, ຊຸກຍູ້ສົ່ງເສີມໃຫ້ບັນດານັກທຸລະກິດຂອງແຂວງຢຸນນານ ເຂົ້າມາລົງທຶນ ຢູ່ ສປປ ລາວ ໃນຂະແໜງການຕ່າງໆທີ່ມີທ່າແຮງຮ່ວມກັນ, ຊຸກຍູ້ການລົງທຶນກໍ່ສ້າງເສັ້ນທາງດ່ວນ ວຽງຈັນບໍ່ເຕັນ ວຽງຈັນພາກໃຕ້ລາວ, ເຂດເສດຖະກິດ ກວມລວມໄຊເສດຖາ, ການລົງທຶນດ້ານກະສິກໍາຂອງແຂວງຢຸນນານ ຢູ່ ສປປ ລາວ ລວມທັງເຂດເສດຖະກິດ ບໍ່ເຕັນບໍ່ຫານ, ຊຸກຍູ້ການນຳໃຊ້ທາງລົດໄຟ ໃຫ້ເກີດຜົນປະໂຫຍດຫຼາຍຂຶ້ນຕື່ມ, ຮ່ວມກັນຊຸກຍູ້ຜະລິດກະສິກຳຂອງລາວ ເພື່ອສົ່ງອອກໄປ ສປ ຈີນ ເປັນຕົ້ນແມ່ນການລ້ຽງງົວ, ຍົກສູງປະສິດທິພາບກົນ ໄກການຮ່ວມມື ລະຫວ່າງ ແຂວງຢຸນນານ ກັບ 10 ແຂວງພາກເໜືອ ຂອງ ສປປ ລາວ, ຊຸກຍູ້ວຽກງານຮອບດ້ານໃຫ້ແກ່ການເປີດດ່ານສາ ກົນທາງລົດໄຟ ລາວຈີນ ຢ່າງເປັນທາງການ. ໃນນີ້, ສະເໜີໃຫ້ ສອງຝ່າຍເນັ້ນດ້ານການໂຄສະນາຕໍ່ພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ຮັບຮູ້ຢ່າງທົ່ວເຖິງກ່ຽວກັບຫມາກຜົນ ຂອງການພົວພັນຮ່ວມມື ແລະ ການຕັດສິນໃຈສູງຂອງການນຳສອງປະເທດ ໃນການຮ່ວມກັນສ້າງສາ ແລະ ພັດທະນາໂຄງການລົດໄຟຄວາມໄວສູງ ລາວ ຈີນ, ເຊິ່ງແມ່ນໂຄງການຍຸດທະສາດ ທີ່ເປັນສັນຍາລັກທີ່ເປັນແບບຢ່າງອັນດີຂອງການພົວພັນ ລາວຈີນ ໂດຍຈະຊ່ວຍເຫຼືອ ສປປ ລາວ ໃນການສ້າງວຽກ ເຮັດງານທໍາ ແລະ ການເກັບລາຍຮັບຈາກການທ່ອງທ່ຽວ ໂດຍຜ່ານການນໍາໃຊ້ເສັ້ນທາງລົດໄຟ ລາວຈີນ. ພ້ອມດຽວກັນນີ້, ກໍສະເໜີໃຫ້ແຂວງຢຸນນານ ຊ່ວຍສ້າງບຸກຄະລາກອນ, ຖ່າຍຖອດ ແລະ ແລກປ່ຽນບົດຮຽນ ກ່ຽວກັບການລົບລ້າງຄວາມທຸກຍາກ ໃຫ້ແກ່ ສປປ ລາວ ໃນຕໍ່ຫນ້າ.

   ໃນໂອກາດດຽວກັນ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ພັກລັດຖະບານ ແລະ ປະຊາຊົນຈີນ ເວົ້າລວມ, ເວົ້າສະເພາະ ກໍ່ຄື ແຂວງຢຸນນານ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ, ໂດຍສະເພາະໃນໄລຍະທີ່ເກີດການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ເປັນຕົ້ນການສົ່ງຄະນະທີມແພດຈີນ ມາຊ່ວຍເຫຼືອ ສປປ ລາວ, ການຊ່ວຍເຫຼືອເຄື່ອງອຸປະກອນການແພດ, ວັກແຊັງປ້ອງກັນໂຄ ວິດ ແລະ ອື່ນໆ. ນອກຈາກນີ້, ບັນດາສະ ຫາຍການນໍາ ແລະ ປະຊາຊົນແຂວງຢຸນນານ ຍັງໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອໍານວຍຄວາມສະດວກ ໃຫ້ແກ່ບັນດາຄະນະຜູ້ແທນຂອງ ສປປ ລາວ ທີ່ເດີນທາງໄປຢ້ຽມຢາມ ແລະ ເດີນທາງຜ່ານແຂວງຢຸນນານ ເພື່ອດຳເນີນການຢ້ຽມຢາມ ສປ ຈີນ ໃນໄລຍະ ຜ່ານມາ.ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ກໍ່ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບ ດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມ ລາວຈີນ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ, ອວຍພອນໃຫ້ຄະນະ ການນຳແຂວງຢຸນນານ ຈົ່ງປະສົບຜົນສຳເລັດໃນການຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຄັ້ງນີ້. ໃນຂະນະດຽວກັນ, ສະຫາຍ ຫວັງ ໜິງ ໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງໃນການເດີນທາງຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງຈະປະກອບ ສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນໄມຕີຈິດມິດຕະພາບ ລະຫວ່າງ ສອງປະຊາດ ລາວຈີນ ໃຫ້ນັບມື້ເລິກເຊິ່ງຍິ່ງໆຂຶ້ນ. ພັກລັດຖະບານ ແລະ ປະ ຊາຊົນຈີນ ເວົ້າລວມ, ເວົ້າສະເພາະ ກໍຄື ແຂວງຢຸນນານ ຍິນດີໃຫ້ການຮ່ວມມືກັບ ສປປ ລາວ ເພື່ອພັດທະນາໄປຮ່ວມກັນໃນດ້ານຕ່າງໆ ເປັນຕົ້ນການພັດ ທະນາພື້ນຖານໂຄງລ່າງ, ການຜະລິດກະສິກຳ, ການສົ່ງອອກສິນຄ້າລາວໄປຈີນ, ການຮ່ວມມືດ້ານພະລັງງານບໍ່ແຮ່, ການທ່ອງທ່ຽວ, ການສຶກສາ, ການພັດ ທະນາຊັບພະຍາກອນມະນຸດ ແລະ ອື່ນໆ, ທັງນີ້ກໍ່ເພື່ອນຳເອົາຄວາມຈະເລີນຮຸ່ງເຮືອງ, ຄວາມສົມບູນພູນສຸກ ແລະ ນຳເອົາຜົນປະໂຫຍດຕົວຈິງມາ ສູ່ປະຊາ ຊົນສອງຊາດ ຈີນລາວ, ລາວຈີນ. ນອກຈາກນີ້, ສະຫາຍ ຫວັງ ໜິງ ກໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມ ແລະ ຜົນສຳ ເລັດຈຳນວນໜຶ່ງຂອງແຂວງຢຸນນານໃນໄລຍະ 5 ປີມານີ້.

ແຫຼ່ງທີ່ມາ:ໜັງສືພິມກອງທັບ
ວັນທີ 03/04/2023