ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພົບປະໂອ້ລົມ
ພະນັກງານ-ນັກຮົບຢູ່ໂຮງງານຕັດຫຍິບກອງທັບ


   ວັນທີ 30 ມີນາ 2023 ນີ້, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ ພ້ອມຄະນະ ໄດ້ລົງພົບປະໂອ້ລົມພະນັກງານ-ນັກຮົບ ຢູ່ໂຮງງານຕັດຫຍິບກອງທັບ ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ນາງ ເນາະ ພົມມີໄຊ ຫົວໜ້າອຳນວຍການໂຮງງານຕັດຫຍິບກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

   ໂອກາດນີ້, ສະຫາຍ ພັນເອກ ນາງ ເນາະ ພົມມີໄຊ ໄດ້ລາຍງານໃຫ້ຊາບໂດຍຫຍໍ້ທີ່ຕັ້ງພາລະບົດບາດ, ສິດໜ້າທີ່ ແລະ ສະພາບການເຄື່ອນໄຫວວຽກງານ ລວມທັງຜົນງານທີ່ໂຮງງານພ້ອມກັນຍາດມາໄດ້ຕະຫຼອດໄລຍະຜ່ານມາ ເຊິ່ງໂຮງງານຕັດຫຍິບກອງທັບ ແມ່ນກົມກອງໜຶ່ງໃນໂຄງປະກອບການ ຈັດຕັ້ງຂອງ ກົມໃຫຍ່ພະລາທິການກອງທັບ ມີຖານະທຽບເທົ່າກອງພັນໃຫຍ່ ແລະ ບັນດາໂຮງຈັກໂຮງງານຂອງ ກະຊວງປ້ອງກັນປະເທດ ພາຍໃຕ້ການຊີ້ນຳ-ນຳພາໂດຍ ກົງຮອບດ້ານຂອງຄະນະພັກກົມໃຫຍ່ພະລາທິການກອງທັບ ແລະ ຄະນະພັກກະຊວງປ້ອງກັນປະເທດ. ໜ້າທີ່ການເມືອງຕົ້ນຕໍແມ່ນຕັດ-ຫຍິບເຄື່ອງນຸ່ງ ຮັບ ໃຊ້ກອງທັບ ຮູບການບັນຊາແບບບໍລິຫານໄລ່ລຽງແຮງງານຕາມຜົນຜະລິດ. ນອກນັ້ນໂດຍອາໄສ ທ່າແຮງຕົນເອງປະຕິບັດທິດຊີ້ນຳ ຂອງກະຊວງປ້ອງກັນປະ
ເທດວ່າດ້ວຍການ ເພີ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂຮງງານຈຶ່ງໄດ້ໂຄສະນາຕັດຫຍິບເຄື່ອງສູ່ສັງຄົມເພື່ອເພີ່ມລາຍຮັບ ຈາກງົບປະມານໃນແຕ່ລະປີຕື່ມອີກ, ເຊິ່ງໄດ້ຍົກລະດັບເງິນເດືອນ ແລະ ຊີວິດການເປັນຢູ່ຂອງພະນັກງານກຳມະກອນໃຫ້ດີຂຶ້ນເລື້ອຍໆ. ປັດຈຸບັນມີຈຳນວນ ພົນ 600 ກວ່າສະຫາຍ, ຍິງ 90% ຂອງຈຳນວນພົນທັງໝົດ ມີນາຍ ແລະ ພົນທະຫານ 360 ກວ່າສະຫາຍ, ສັນຍາແຮງງານ 250 ກວ່າສະຫາຍ.

   ຈາກນັ້ນ, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕີລາຄາສູງຕໍ່ຜົນງານ ແລະ ໄຊຊະນະຂອງກົມກອງທີ່ພ້ອມກັນຍາດມາ ໄດ້ໃນໄລຍະຜ່ານມາ ແລະ ຍົກໃຫ້ເຫັນສະ ພາບການທີ່ເປັນສິ່ງທ້າທາຍໃນປັດຈຸບັນ, ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ພະນັັກງານ-ນັກຮົບ ຈົ່ງເອົາໃຈໃສ່ວຽກງານການເມືອງ-ນຳພາແນວຄິດ, ເຊີດຊູນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ ເພື່ອປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ, ໝາກຜົນຂອງການປະຕິວັດ ແລະ ຮັກສາລະບອບໃໝ່ປະຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນຄົງ ໄປພ້ອມກັນນັ້ນ ກໍຕ້ອງປັບປຸງແບບແຜນວິທີເຮັດວຽກໃຫ້ມີ ທັດສະນະບຸກ, ມີວິທະຍາສາດ, ແທດເໝາະຕົວຈິງ ແລະ ໂປ່ງໃສ, ມີການແບ່ງງານ, ມອບໝາຍຄວາມຮັບຜິດຊອບຢ່າງຈະແຈ້ງ, ປັບປຸງພາຍໃນໃຫ້ໜັກ ແໜ້ນເຂັ້ມແຂງ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ຍົກສູງໜ້າທີ່ວຽກງານຂອງຕົນໃຫ້ເຂັ້ມແຂງເປັນຕົ້ນແມ່ນການຜະ ລິດ, ຕັດຫຍິບເຄື່ອງນຸ່ງ ແລະ ການເບີກຈ່າຍຮັບໃຊ້ກອງທັບໃຫ້ທັນເວລາຮັບປະກັນໄດ້ຄວາມວ່ອງໄວ ແລະ ທັນກັບສະພາບການ, ສືບຕໍ່ບຸກບືນສູ້ຊົນສ້າງ ຜົນ ງານໃໝ່ໃຫຍ່ຫຼວງກວ່າເກົ່າ ເພື່ອປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່ໃຫ້ນັບມື້ກ້າວຂຶ້ນ ເພື່ອເອກອ້າງເປັນຜົນງານໄວ້ຂ່ຳນັບຮັບຕ້ອນວັນສ້າງ ຕັ້ງ ກອງທັບຄົບຮອບ 75 ປີທີ່ຈະມາເຖິງໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ. ພ້ອມດຽວກັນນັ້ນຄະນະດັ່ງກ່າວຍັງໄດ້ລົງຢ້ຽມຊົມຕົວຈິງຂອດການຜະລິດ ເຄື່ອງຕ່າງໆຂອງໂຮງງານຕື່ມອີກ.

ແຫຼ່ງທີ່ມາ:ໜັງສືພິມກອງທັບ
ວັນທີ 04/04/2023