ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງການ​ສະຫະພັນ​ແມ່ຍິງ​ກອງທັບ ສະຫຼຸບ​ຖອດ​ຖອນ​ບົດຮຽນ
ການຈັດຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 3 ດີ


   ຫ້ອງການ​ສະຫະພັນ​ແມ່ຍິງກອງທັບ ໄດ້​ຈັດ​ຕັ້ງ​ສະຫຼຸບ​ຖອດ​ຖອນ​ບົດຮຽນ ການຈັດຕັ້ງ​ປະຕິບັດ​ຂະບວນ​ການ​ຂໍ້​ແຂ່ງຂັນ 3 ດີ ໄລຍະ​ທີ I (2021-2022) ແລະ ທິດ​ທາງ​ແຜນການ​ໃນ​ໄລຍະ​ທີ II (2023-2024) ໃນ​ວັນ​ທີ 3 ມີນາ 2023 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ ຜູ້​ຊີ້​ນຳ​ອົງ​ການຈັດຕັ້ງ​ມະຫາຊົນ, ມີ​ຄະນະ​ຫ້ອງ ການສະຫະພັນແມ່ຍິງກອງທັບ, ບັນດາພະແນກ, ຂະແໜງ ແລະ ໜ່ວຍ​ເອກະລາດ ກົມ​ກອງ​ກຳລັງ​ຫຼວງເຂົ້າ​ຮ່ວມ.

   ສະຫາຍ ພັນ​ເອກ ນາງ ໄພ​ວອນ ອິນ​ທະ​ບຸດ ຫົວໜ້າ​ຫ້ອງການ​ສະຫະພັນ​ແມ່ຍິງກອງທັບ ​ໄດ້​ສະຫຼຸບ​ຕີ​ລາຄາ​ຄືນ​ການຈັດຕັ້ງ​ປະຕິບັດ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ​ໃນ​ໄລ​​ຍະ​ຜ່ານ​ມາ, ເຊິ່ງ​ຄະນະ​ນຳ​ແມ່ຍິງ​ແຕ່​ລະ​ຂັ້ນ​ ໄດ້​ເປັນ​ເຈົ້າ​ການຈັດຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ແມ່ຍິງ​ລາວ​ທົ່ວ​ປະເທດ ຄັ້ງ​ທີ VIII ຕິດ​ພັນ​ກັບ​ການ​ປະຕິບັດ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ. ໃນ​ນີ້, ຄະນະ​ນຳ​ແມ່ຍິງ​ແຕ່​ລະ​ຂັ້ນ ​ໄດ້​ເອົາໃຈໃສ່​ຈັດ ຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ດັ່ງກ່າວ​ແທດເໝາະ​ກັບ​ວຽກ​ງານ​ຕົວ​ຈິງ. ໄປ​ພ້ອມ​ກັນ​ນັ້ນ, ຍັງ​ໄດ້​ລົງ​ຊຸກຍູ້, ຕິດຕາມ, ກວດກາ, ປະ​ເມີນ​ຜົນ​ໄດ້​ຮັບ​ໃນ​ແຕ່​ລະ​ໄລ ຍະ, ພ້ອມ​ທັງ​ສັງເກດ​ຕີ​ລາຄາ​ແຜນການ​ຢັ້ງຢືນ​ໃນ​ການຈັດຕັ້ງ​ປະຕິບັດ​ໃຫ້​ຖືກຕ້ອງ​ສອດຄ່ອງ​ຕາມ​ແຜນການ​ນຳພາ ​ຂອງ​ຄະນະ​ນຳ​ແມ່ຍິງ​ແຕ່​ລະ​ຂັ້ນ ​ໃຫ້​ໜັກ ​ແໜ້ນ​ເຂັ້ມແຂງ, ສົມທົບ​ກັບ​ການ​ແລກປ່ຽນ​ຄຳ​ຄິດ​ເຫັນ ເພື່ອ​ຂໍ​ທິດ​ຊີ້​ນຳ​ຈາກ​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ເພື່ອ​ເປັນ​ທິດ​ທາງ​ໃນ​ການຈັດຕັ້ງ​ປະຕິບັດ​ ຂະ​ບວນ​ການ​ດັ່ງກ່າວ​ໃຫ້​ໄດ້​ຮັບ​ໝາກຜົນ​ສູງ, ຜ່ານ​ການຈັດຕັ້ງ​ປະຕິບັດ​ຕົວຈິງ ສາມາດ​ຕີ​ລາຄາ ແລະ ຮັບຮອງ​ເອົາ​ໄດ້​ສະມາຊິກ​ແມ່ຍິງ 3 ດີ​ປະເພດ I ກວມ​ເອົາ 84,49%, ປະເພດ II ກວມ​ເອົາ 12,92%, ເປັນ​ພົນລະເມືອງ​ດີ ກວມ​ເອົາ 99,32%, ພັດທະນາ​ດີ​ກວມ​ເອົາ 89,68%, ຄອບຄົວ​ດີ​ກວມ​ເອົາ 72,69%, ບຸກຄົນ​ຕົວ​ແບບ 675 ສະຫາຍ, ຄອບຄົວ​ຕົວ​ແບບ 438 ຄອບຄົວ, ພະ​ແນກ, ຂະແໜງ ແລະ ໜ່ວຍ 3 ດີ 660 ໜ່ວຍ, ດ້ານ​ການເຄື່ອນໄຫວ​ວຽກ​ງານ​ກອງ​ທຶນ, ປັດຈຸບັນ​ການຈັດຕັ້ງ​ເຄື່ອນ​ໄຫວ​ກອງ​ທຶນ ສະຫະພັນ​ແມ່ຍິງ​ກອງທັບ​ແມ່ນ​ມີ 2 ຮູບ​ແບບ​ຄື: ກອງ​ທຶນ​ພັດທະນາ ແລະ ກອງ​ທຶນ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ຈັດ​ຕັ້ງ​ຢູ່ 35 ກົມ​ກອງໃນ​ກຳລັງ​ຫຼວງ. ໃນ​ນັ້ນ, ກອງ​ທຶນ​ພັດທະນາ​ມີ 105 ກຸ່ມ​ກອງ​ທຶນ, ມີ​ສະມາຊິກ​ທັງ​ໝົດ 21.907 ສະຫາຍ, ມີ​ເງິນ​ທ້ອນ​ທັງ​ໝົດ 66.126 ລ້ານ​ກວ່າ​ກີບ, ໄດ້​ຮັບ​ດອກ​ເບ້ຍ​ຈາກ​ການ​ປ່ອຍ​ກູ້​ທັງ​ໝົດ 8.285 ລ້ານ​ກວ່າ​ກີບ ແລະ ກອງ​ທຶນ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ມີ 13 ກຸ່ມ​ກອງ​ທຶນ, ມີ​ສະມາຊິກ​ ທັງ​ໝົດ 678 ສະຫາຍ, ມີ​ເງິນ​ທ້ອນ​ທັງ​ໝົດ 358 ລ້ານ​ກວ່າ​ກີບ. ພ້ອມ​ກັນ​ນີ້ ກໍ​ໄດ້​ພ້ອມ​ກັນ​ຮັບຮອງ​ເອົາ​ທິດ​ທາງ​ແຜນການພັດທະນາ​ກອງ​ທຶນໃນປີ​ຕໍ່​ໄປອີກ​ດ້ວຍ.

  ສະຫາຍ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ, ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ຄະນະ​ນຳ​ແມ່ຍິງ​ແຕ່​ລະ​ຂັ້ນ, ສືບຕໍ່​ເຮັດ​ວຽກ​ງານ​ສຶກ​ສາ​ອົບຮົມ​ການ ເມືອງ​ນຳພາ​ແນວ​ຄິດ ໃຫ້​ເອື້ອຍ​ນ້ອງ​ແມ່ຍິງ​ໃນ​ທົ່ວ​ກອງທັບ​ຢ່າງ​ເລິກເຊິ່ງ, ເພີ່ມ​ທະວີ​ຄວາມ​ຮັບຜິດຊອບທາງ​ດ້ານ​ການເມືອງ​ໃຫ້​ສູງບົນ​ພື້ນຖານ​ແນວທາງ​ ນະໂຍບາຍ, ມະຕິ​ຄຳ​ສັ່ງ​ຕ່າງໆ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ ແລະ ພັດທະນາ​ອົງ​ການຈັດຕັ້ງ​ສະຫະພັນ​ແມ່ຍິງ​ແຕ່​ລະ​ຂັ້ນ ໃຫ້​ ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ໃນ​ທຸກ​ດ້ານ, ເປັນ​ເຈົ້າການ​ເຕົ້າໂຮມ​ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ເປັນ​ປຶກ​ແຜນ​ແໜ້ນໜາ, ເອົາໃຈໃສ່​ຍົກ​ລະດັບ​ຄວາມ​ຮູ້​ ຄວາມ​ສາມາດ​ດ້ານ​ຕ່າງໆ ພາຍໃນຖັນ​ແຖວ​ເອື້ອຍ​ນ້ອງ​ແມ່ຍິງ​ໃນ​ກອງທັບ​ໃຫ້​ນັບ​ມື້​ສູງ​ຂຶ້ນ, ບັນຫາ​ສຳຄັນພ້ອມ​ກັນ​ນຳ​ເອົາ​ເນື້ອ​ໃນ​ຈິດໃຈ ແລະ ຜົນສຳເລັດ
​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ​ຂອງ​ແຕ່​ລະ​ກົມ​ກອງ​ໃຫ້​ມີ​ບາດກ້າວ​ຫັນປ່ຽນ​ອັນ​ໃໝ່.

ແຫຼ່ງທີ່ມາ:ນາງ ນາລີ
ວັນທີ 06/03/2023