ນາຍົກ ລາວ-ຫວຽດນາມ ພົບປະສອງຝ່າຍ
ວັນທີ 5 ເມສານີ້ ທີ່ສຳນັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບ
ປະສອງຝ່າຍ ກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ໃນໂອກາດ ທີ່ນາຍົກ ລັດຖະມົນຕີແຫ່ງ ສສ ຫວຽດນາມພ້ອມຄະນະ
ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງສາກົນຄັ້ງ ທີ IV ຢູ່ ນະຄອນຫຼວງວຽງຈັນ.
ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມດີໃຈທີ່ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ອີກຄັ້ງ ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຜົນສຳ ເລັດຂອງ ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍນາຍົກລັດຖະມົນຕີ ຫວຽດນາມ ແລະ ຄະ ນະໃນ ເດືອນມັງກອນ 2023 ຜ່ານມາ. ສອງຝ່າຍໄດ້ທົບທວນຄືນຜົນການ ຢ້ຽມຢາມໃນເດືອນມັງກອນຜ່ານມາ ແລະ ເຫັນດີສືບຕໍ່ຊຸກຍູ້, ຈັດຕັ້ງຜັນຂະ ຫຍາຍບັນດາສັນຍາ ແລະ ຂໍ້ຕົກລົງຕ່າງໆຂອງສອງລັດຖະບານ ລາວ - ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນໃນກອງປະຊຸມຄັ້ງທີ 45 ກໍຄືເນື້ອໃນບົດບັນ ທຶກ ແລະ ແຜນການຮ່ວມມື ປະຈຳປີ 2023 ໃຫ້ປະກົດຜົນເປັນຈິງ, ພ້ອມທັງສືບຕໍ່ຊຸກຍູ້ບັນ ດາໂຄງການຮ່ວມມື ແລະ ໂຄງການລົງທຶນຕ່າງໆໃຫ້ສຳເລັດ ຕາມແຜນການທີ່ກຳນົດໄວ້.
ສະຫາຍ ຟ້າມ ມິງ ຈິງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນພ້ອມທັງ ສະແດງຄວາມຊົມເຊີຍຕໍ່ການເປັນເຈົ້າພາບຈັດກອງປະຊຸມສຸດ ຍອດຄະນະກຳມາທິການແມ່ນ້ຳຂອງສາກົນ ຄັ້ງທີ 4 ທີ່ໄດ້ຮັບຜົນສຳເລັດຢ່າງຈົບງາມ. ໃນຕອນທ້າຍ, ສອງຝ່າຍໄດ້ອວຍພອນໄຊອັນປະເສີດເຊິ່ງກັນ ແລະ ກັນເນື່ອງໃນໂອກາດປີໃໝ່ລາວທີ່ຈະມາເຖິງນີ້, ທັງອວຍພອນ ໃຫ້ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.
ແຫຼ່ງທີ່ມາ:ໜັງສືພິມກອງທັບ
ວັນທີ 07/04/2023