ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ມົງໂກລີ ຢ້ຽມຢາມ ​ສປປ ລາວ


    ໃນ​ລະຫວ່າງ​ວັນ​ທີ 9-12 ທັນວາ 2022 ນີ້, ທ່ານ ພົນ​ໂທ ໄຊ​ຄັງ​ບາ​ຢາຣ໌ ກູຣ໌​ເສັດ ລັດຖະມົນ ຕີ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ​ ມົງ​ໂກ​ລີ ພ້ອມ​ຄະນະ ໄດ້​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ສປປ ລາວ ຢ່າງ​ເປັນ​ທາງການ ເຊິ່ງ​ພິທີ​ຕ້ອນຮັບ​ທາງ​ການ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ທັນວາ 2022 ນີ້, ຢູ່​ທີ່​ກະ ຊວງ​ປ້ອງ​ກັນ​ປະເທດ ໂດຍ​ການ​ຕ້ອນຮັບ​ຂອງ ທ່ານ ພົນ​ເອກ ຈັນ​ສະໝອນ ຈັນ​ຍາລາດ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ດ້ວຍ​ຄະນະ. ພາຍຫຼັງ​ສຳເລັດ​ພິ​ທິ​ຕ້ອນຮັບທາງ​ການ ສອງ​ຝ່າຍ​ໄດ້​ພົບ​ປະ​ແລກປ່ຽນ​ສະພາບ​ການ​ໃນ​ຂົງເຂດ​ວຽກ​ງານ​ດ້ານ​ຕ່າງໆ​ໃນ​ຊຸມ​ປີຜ່ານມາ ໂດຍ​ສະເພາະ​ວຽກ​ງານ​ສາທາລະນະ​ສຸກ, ການ​ສຶກ​ສາ, ກະສິກຳ ແລະ ອື່ນໆ ເຖິງ​ແມ່ນ​ວ່າການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງ​ສອງ​ປະເທດ​ໃນ​ໄລຍະ​ຜ່ານ​ມາ​ມີ​ບໍ່​ຫຼາຍ, ແຕ່​ຂະແໜງການ​ກ່ຽວຂ້ອງ​ຂອງ​ສອງ​ຝ່າຍ​ກໍ​ໄດ້​ພະຍາຍາມ​ຊຸກຍູ້ ເພື່ອ​ໃຫ້​ມີ​ການ​ ຮ່ວມ​ມື​ນັບ​ມື້​ຫຼາຍ​ຂຶ້ນ. ໃນ​ປີ 2018 ລັດຖະບານ​ມົງ​ໂກ​ລີ​ໄດ້​ມອບ​ແກະ​ຈຳນວນ 1.050 ໂຕ ໂດຍ​ຜ່ານ​ກະຊວງ​ກະສິກຳ ແລະ ປ່າໄມ້ ຫຼັງ​ຈາກ​ນັ້ນ ກະຊວງ​ ກະສິກຳ ແລະ ປ່າໄມ້ໄດ້​ມອບ​ໃຫ້ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ​ສປປ ລາວ ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ລ້ຽງ ແລະ ຂະຫຍາຍ​ພັນ. ພ້ອມ​ນີ້​ຝ່າຍ​ມົງ​ໂກ​ລີ​ຍັງ​ ໄດ້​ສົ່ງ​ຊ່ຽວຊານ​ມາ​ຊ່ວຍ​ໃນ​ການ​ລ້ຽງ​ແກະ​ໃນ​ເບື້ອງ​ຕົ້ນ​ໄລຍະ​ສອງ​ປີ, ດັ່ງນັ້ນ​ ກະຊວງ​ປ້ອງ​ກັນ​ປະເທດ ໄດ້ຂະຫຍາຍ​ການ​ລ້ຽງ​ແກະ​ໄປ​ໃຫ້​ບັນດາ​ກອງ​ພົນ, ກອງ​ບັນຊາ​ການທະຫານ​ແຂວງ ແລະ ກອງ​ລ້ຽງສັດໃຫຍ່​ໄດ້​ເບິ່ງແຍງ​ຮັກສາ ເຊິ່ງ​ແຕ່​ລະ​ປີ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມົງ​ໂກ​ລີ ປະຈຳ ​ສປປ ລາວ ຍັງ​ໄດ້​ລົງ​ກວດ ກາ ແລະ ຊີ້​ນຳ​ຟາມ​ລ້ຽງ​ແກະ​ຂອງ​ກອງທັບ​ຢູ່​ແຂວງ​ຊຽງ​ຂວາງ​ເປັນ​ປົກກະຕິ. ນອກ​ນີ້ ສອງ​ຝ່າຍ​ຍັງ​ໄດ້​ເອກະ​ພາບ​ເຖິງ​ທິດ​ທາງ​ແຜນການ​ພົວພັນ​ຮ່ວມ​ມື​ກັນ ​ໃນຕໍ່ໜ້າ ບົນ​ຈິດໃຈ​ຂະຫຍາຍ​ມູນເຊື້ອ​ອັນ​ດີງາມ​ໃຫ້​ນັບ​ມື້​ພັດທະນາ​ດີ​ຂຶ້ນ.

     ທ່ານ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ໄດ້​ຖື​ເອົາ​ໂອກາດ​ນີ້​ຕາງໜ້າ​ໃຫ້​ລັດຖະບານ ແຫ່ງ ​ສປປ ລາວ ສະແດງ​ຄວາມ​ຂອບໃຈ​ຢ່າງ​ຈິງ​ໃຈ​ຕໍ່​ການ​ຊ່ວຍ ເຫຼືອ​ຂອງ​ລັດຖະບານ​ມົງ​ໂກ​ລີ ກໍ​ຄື​ກະຊວງ​ປ້ອງ​ກັນ​ປະເທດມົງ​ໂກລີ.

     ໂອກາດ​ນີ້, ທ່ານ ພົນ​ໂທ ໄຊ​ຄັງ​ບາ​ຢາຣ໌ ກູຣ໌​ເສັດ ກໍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຂອງ ທ່ານ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ພ້ອມ​ຄະ ນະ​ໃນ​ຄັ້ງ​ນີ້ ພ້ອມ​ທັງ​ຍົກ​ໃຫ້​ເຫັນ​ການພົວພັນ​ຮ່ວມ​ມື​ອັນ​ເປັນ​ມູນເຊື້ອ​ທີ່​ດີ ລະຫວ່າງ ມົງ​ໂກ​ລີ-ລາວ ເວົ້າ​ລວມ, ເວົ້າ​ສະເພາະ ກະຊວງປ້ອງກັນ​ປະເທດ​ມົງ​ໂກ ​ລີ ແລະ ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ​ສປປ ລາວ ແລະ ຢືນຢັນ​ສືບຕໍ່ໃຫ້ການສະໜັບສະໜູນ​ຊ່ວຍເຫຼືອ​ເຊິ່ງກັນ ແລະ ກັນ​ຕະຫຼອດ​ໄປ. ຈາກນັ້ນ ທັງ​ສອງ​ ຝ່າຍ​ກໍ​ໄດ້​ເຊັນ​ບົດບັນທຶກ​ຊ່ວຍ​ຈຳ ວ່າ​ດ້ວຍ​ການ​ຮ່ວມມື​ດ້ານ​ວຽກ​ງານ​ປ້ອງ​ກັນ​ຊາດ ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະເທດ​ແຫ່ງ​ມົງ​ໂກ​ລີ ແລະ ກະຊວງ​ປ້ອງ​ກັນ ​ປະເທດ ແຫ່ງ ​ສປປ ລາວ. ໃນ​ໄລຍະ​ຢູ່​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງກັນ​ປະເທດ ແຫ່ງ ມົງ​ໂກ​ລີ ໃນ​ຄັ້ງ​ນີ້, ຄະນະ​ຍັງ​ໄດ້​ເຂົ້າ​ວາງ​ພວງມາລາ​ຢູ່​ອະນຸສາວະລີ​ນັກຮົບນິລະນາມ (ດາວ​ແດງ) ເພື່ອ​ເປັນການສະແດງ​ຄວາມ​ເຄົາລົບ​ຮັກ, ຄວາມ​ກະຕັນຍູ​ຮູ້​ບຸນຄຸນ​ເຖິງ​ຄຸນງາມ ຄວາມດີ, ນ້ຳໃຈ​ຕໍ່ສູ້​ພິລະ​ອາດ​ຫານ ແລະ ບໍ່​ຍອມ​ຈຳນົນ​ຂອງ​ບັນ​ພະ​ບູ​ລຸດ​ລາວ ກໍ​ຄື​ບັນດາ​ນັກຮົບ​ປະຕິວັດ​ທີ່​ໄດ້ເສຍສະຫຼະ​ຊີວິດ, ເລືອດ​ເນື້ອເພື່ອ​ພາລະກິດ ​ປະຕິວັດ​ຕໍ່ສູ້​ປົດ​ປ່ອຍປະເທດຊາດ ໃນ​ໄລຍະ​ຜ່ານ​ມາ, ເຂົ້າຢ້ຽມ​ຂໍ່ານັບ ທ່ານ ພັນ​ຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ​ສປປ ລາວ, ທ່ຽວ​ຊົມ​ສະຖານທີ່​ ທ່ອງ​ທ່ຽວ​ທາງ​ປະຫວັດສາດ​ຢູ່​ນະຄອນຫຼວງ​ວຽງ​ຈັນ ແລະ ເດີນທາງ​ໄປ​ຢ້ຽມຢາມ​ແຂວງ​ຫຼວງ​ພະ​ບາງ ຕື່ມ​ອີກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/12/2022