ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ງານ​ມະຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI ຫຼື ຊຽງ​ຂວາງ ເກມ ໄຂ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່


    ງານ​ມະຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI ຫຼື ຊຽງ​ຂວາງ ເກມ ໄດ້​ໄຂຂຶ້ນ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 13 ທັນວາ 2022 ນີ້, ຢູ່​ທີ່ສະ​ໝາມ​ກິລາ​ທົ່ງ​ໄຫ​ຫີນ ຊຽງ​ຂວາງ, ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່​ ຄະນະບໍລິຫານ​ງານ​ສູນ​ກາງ​ພັກ ປະທານ​ປະເທດ ແຫ່ງ ​ສປປ ລາວ, ມີ ທ່ານ ພຸດ ສິມ​ມາລາ​ວົງ ລັດຖະມົນຕີ​ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ, ທ່ານ ບຸນ​ຈັນ ສີ​ວົງພັນ ກຳມະການ​ສູນ​ກາງ​ພັກ ເຈົ້າແຂວງ​ ແຂວງຊຽງ​ ຂວາງ ພ້ອມ​ດ້ວຍການ​ນຳ ພັກ-ລັດ, ແຂກ​ທັງ​ພາຍ​ໃນ ແລະ ຕ່າງປະເທດ, ຄະນະ​ນຳ, ຄູ​ເຝິກ ແລະ ນັກ​ກິລາຈາກ 17 ແຂວງ, 1 ນະຄອນຫຼວງ, 4 ກະຊວງ ແລະ ມວນ​ຊົນເຂົ້າ​ຮ່ວມຢ່າງ​ຫຼວງຫຼາຍ.

     ໃນ​ພິທີ​ໄຂ​ງານ​ມະຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI ຫຼື ຊຽງ​ຂວາງ ເກມ ຄັ້ງ​ນີ້, ໄດ້​ມີ​ການສະແດງ​ສິລະ​ປະ​ດົນຕີ ແລະ ການ​ໂດດ​ຈ້ອງ, ຈາກ​ນັ້ນ ທ່ານ ບຸນ​ຈັນ ສີ​ວົງ​ພັນ ເຈົ້າແຂວງ ແຂວງຊຽງຂວາງ​ ໄດ້​ລາຍ​ງານ​ວ່າ: ງານ​ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ແມ່ນການ​ແຂ່ງຂັນ​ກິລາ​ຫຼາຍ​ປະເພດ​ຮ່ວມ​ກັນ ປະກອບ​ມີ: ໝວດກິລາສາກົນ ແລະ ກິລາພື້ນເມືອງ ຊຶ່ງ​ຕາມ​ກຳນົດ​ໄດ້​ຈັດ​ຂຶ້ນ​ທຸກໆ 3 ປີ ໂດຍ​ຄັດ​ເລືອກ​ແຂວງ​ຜັດປ່ຽນ​ກັນ​ເປັນ​ເຈົ້າພາບ ເພື່ອ​ຊຸກຍູ້​ຂະ​ບວນ​ການ​ກິ ລາກາ​ຍະ​ກຳ​ຢູ່​ພາຍ​ໃນ​ປະເທດ ທັງ​ເປັນ​ການ​ປຸກ ລະດົມ​ສົ່ງເສີມ​ມະຫາຊົນ​ເຂົ້າ​ຮ່ວມ​ຢ່າງ​ກວ້​​າງ​ຂວາງ ແນໃສ່​ເສີມ​ສ້າງ​ສຸຂະພາບ, ມິດຕະພາບ, ການ​ພັດທະ ນາ, ການ​ຮ່ວມ​ມື ແລະ ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນຂອງ​ປວງ​ຊົນ​ລາວ​ທັງ​ຊາດ ທັງເປັນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດຂອງ​ຊາດ, ເປັນ​ການ​ປຸກລະ ດົມ​ຊາວ​ໜຸ່ມ, ເຍົາວະ​ຊົນ, ນັກຮຽນ-ນັກ​ສຶກ​ສາໃຫ້​ມີ​ສ່ວນ​ຮ່ວມ​ໃນຂະ​ບວນ​ການ​ຫຼີ້ນ​ກິລາ ແລະ ແຂ່ງຂັນ​ກິລາ​ປະເພດ​ຕ່າງໆ ເພື່ອ​ຫ່າງ​ໄກ​ສິ່ງ​ເສບ​ຕິດ ແລະ ປາກົດການຫ​ຍໍ້​ທໍ້​ຕ່າງໆ ທັງ​ເປັນການ​ເຝິກ​ຝົນ​ຮ່າງກາຍ ແລະ ຈິດໃຈ​ເບີກບານ​ເຂັ້ມແຂງ, ກຽມພ້ອມ​ສືບ​ທອດ​ມູນເຊື້ອພາລະກິດ​ແຫ່ງການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ.

     ທ່ານ ທອງ​ລຸນ ສີ​ສຸ​ລິດ ປະທານ​ປະເທດ ແຫ່ງ ​ສປປ ລາວ ໄດ້​ກ່າວ​ເປີດ​ງານ​ມະຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI ຢ່າງ​ເປັນ​ທາງ​ການ ໂດຍ​ໄດ້​ສະແດງ ​ ຄວາມ​ຊົມເຊີຍຕໍ່​ການ​ຫ້າງ​ຫາກະກຽມ​ຄວາມ​ພ້ອມ​ທຸກໆ​ດ້ານຂອງ​ເຈົ້າພາບ ແລະ ຄະນະ​ຮັບຜິດຊອບ, ຊົມເຊີຍ​ທຸກ​ພາກສ່ວນ​ທີ່​ສົ່ງ​ນັກ​ກິລາ​ເຂົ້າ​ຮ່ວມ​ແຂ່ງ ຂັນ​ຢ່າງ​ຕັ້ງໜ້າ ແລະ ມີ​ຄວາມ​ຮັບຜິດຊອບ​ສູງ ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າງານ​ມະຫະ​ກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ນີ້​ເປັນການ​ເສີມ​ຂະຫຍາຍ​ຄວາມ​ສາມັກຄີ ແລະ ຄວາມ ​ເປັນ​ປຶກ​ແຜ່ນ​ແໜ້ນໜາຂອງ​ປວງ​ຊົນ​ລາວ​ທັງ​ຊາດ. ຈາກ​ນັ້ນ, ໄດ້​ມີ​ພິທີ​ສວນສະໜາມຈາກ 32 ກ້ອນ​ກຳລັງຮ່ວມ​ສວນສະໜາມ​ເຊັ່ນ: ກ້ອນ​ກອງ​ດຸ​ລິ​ຍາງ, ກ້ອນ​ປ້າຍ​ຄຳ​ຂວັນມະຫະ​ກຳ​ກິລາ​ແຫ່ງ​ຊາດ, ກ້ອນ​ສັນຍາລັກ​ມະຫະ​ກຳ​ກິລາແຫ່ງ​ຊາດ ຄັ້ງ​ທີ XI, ກ້ອນ​ທຸງຊາດ-ທຸງ​ກິລາ ເຊີນ​ຂຶ້ນ​ສູ່​ຍອດ​ເສົາ, ກ້ອນ​ກຳມະ ການ​ຕັດສິນ, ກ້ອນ​ກຳລັງ​ນັກ​ກິລາ 17 ແຂວງ, 1 ນະຄອນຫຼວງ, 4 ກະຊວງ ແລະ ມີ​ການສະແດງສິລະ​ປະ, ຟ້ອນ​ລຳ, ຮ້ອງເພງ ທີ່​ມີ​ແສງ, ສີ, ສຽງ ຍິ່ງ​ໃຫຍ່ ງົດ​ງາມ ຜ່ານ 5 ລາຍການຄື: ລາຍການ​ຍິນ​ດີ​ຕ້ອນຮັບ​ສູ່​ຊຽງ​ຂວາງ​ເກມ, ລາຍການ​ຮ້ອງ ເພງໝູ່​ຍິງ-ຊາຍ ທີ່​ມີ​ຊື່ວ່າ: ໄຊຊະນະ​ຊຽງ​ຂວາງ, ຫວນ​ຄືນ​ເມືອງ​ ຊຽງ ແລະ ຊຽງ​ຂວາງ​ເກມ, ລາຍ​ການ ສະແດງ​ມວຍ​ລາຍ​ລາວ, ລາຍ​ການສະແດງທີ່​ມີ​ຊື່ວ່າ: ແອ່ນ​ນ້ອຍ​ລອຍ​ລົມ ແລະ ລາຍ​ການສະແດງ​ມ່ວນຊື່ນ​ງານ​ມະ ຫະ​ກຳ​ກິລາ​ແຫ່ງ​ຊາດ ທີ່​ສ່ອງ​ແສງ​ເຖິງວັດທະນະທຳ​ຮີດຄອງ​ປະເພນີຂອງ​ຊາວ​ແຂວງ​ຊຽງ​ຂວາງ ກໍ​ຄື​ວັດທະນະທຳ​ຮີດຄອງ​ປະເພນີ​ຊອງ​ຊາດ​ເຮົາ ລວມ​ໄປ​ເຖິງ ການ​ເຕົ້າໂຮມ​ຄວາມ​ສາມັກຄີ​ໃນ​ທົ່ວ​ປວງ​ຊົນ ຜ່ານ​ຂະ​ບວນ​ການ​ຫຼິ້ນ​ກິລາຢ່າງ​ຟົດຟື້ນ​ມ່ວນຊື່ນ. ງານ​ມະຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI ນີ້ ແຂ່ງຂັນ​ທັງ​ໝົດ 25 ປະເພດ​ກິລາ​ຄື: ຍິງ​ປືນ, ລອຍນ້ຳ, ບານບ້ວງ, ເທ​ຄວັນ​ໂດ, ໝາກ​ແລ້, ຍິງ​ທະນູ, ໜ້າ​ເກັກ, ແລ່ນ-ລານ, ມວຍ​ສາກົນ, ໝາກເສິກ, ປັນ​ຈັກ​ສີ​ລັດ, ມວຍ ​ ປ້ຳ, ຄາ​ຣາ​ເຕ​ໂດ, ກະຕໍ້-ຊິນ​ລອນ, ບານເຕະ, ໝາກ​ຂ່າງ, ເປ​ຕັງ, ​ກ໊ອຟ, ດອກ​ປີກ​ໄກ່, ເທັນ​ນິ​​ສ, ລົດຖີບ, ປິ່ງ​ປ໋ອງ, ມວຍ​ລາວ, ຢູ​ໂດ ແລະ ວູ​ຊູ. ມີ​ນັກ​ກິລາ 3.093 ຄົນ​ຈາກ 17 ແຂວງ, 1 ນະຄອນຫຼວງ ແລະ 4 ກະຊວງ ​ເປັນຕົ້ນ ກະຊວງ​ປ້ອງ​ກັນ​ປະເທດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ກະຊວງ​ພະລັງງານ ແລະ ບໍ່​ແຮ່ ແລະ ກະ ຊວງ​ສາທາລະນະ​ສຸກ ເຂົ້າ​ຮ່ວມ​ຊິງ​ຫຼຽນ​ທັງ​ໝົດ 2.598 ຫຼຽນ. ສຳລັບ​ບາງ​ປະເພດ​ກິລາໄດ້​ແຂ່ງຂັນມາ​ແຕ່ວັນທີ 14 ພະຈິກ 2022 ຢູ່​ນະຄອນຫຼວງ​ວຽງ​ຈັນ ຄື: ກິລາລອຍນ້ຳ ແລະ ກິລາ​ຍິງ​ປືນ, ສ່ວນ​ຢູ່ແຂວງ​ຊຽງ​ຂວາງ ເລີ່ມ​ມາ​ແຕ່ວັນ​ທີ 1 ທັນວາ 2022 ແລະ ມາ​ຮອດ​ວັນ​ທີ 13 ທັນ ວາ 2022 ມີ 11 ປະເພດ​ກິລາ​ແຂ່ງຂັນ​ສຳເລັດ​ແລ້ວຄື: ກິລາລອຍນ້ຳ, ແລ່ນ-ລານ, ເທ​ຄວັນ​ໂດ, ມວຍ​ປ້ຳ, ຍິງ​ທະນູ-ຍິງ​ໜ້າ​ເກັກ, ຄາ​ຣາ​ເຕ​ໂດ, ໝາກ ເສິກ, ບານບ້ວງ, ປັນ​ຈັກ​ສີ​ລັດ, ມວຍ​ສາກົນ ແລະ ໝາກ​ແລ້ ແລະ ຈະ​ດຳເນີນໄປ​ຈົນ​ຮອດ ວັນ​ທີ 22 ທັນວາ 2022 ຈິ່ງ​ຈະ​ສຳເລັດ.  ຈາກ​ນັ້ນ, ບັນດາ​ ການ​ນຳ​ພັກ-ລັດ ແລະ ມວນ​ຊົນ ທັງ​ພາຍ​ໃນ ແລະ ຕ່າງປະເທດ ຍັງ​ໄດ້​ຮັບຊົມການ​ຈູດ​ບັ້ງໄຟດອກຂຶ້ນ​ສູ່​ທ້ອງຟ້າ​ທີ່​ມີ​ແສງ​ແຕກ​ກະຈາຍ​ຫຼາກ​ຫຼາຍ​ສີສັນມີ​ ຄວາມ​ຍິ່ງ​ໃຫຍ່​ງົດ​ງາມ ສະແດງ​ໃຫ້​ເຫັນ​ເຖິງງານ​ມະຫະ​ກຳ​ກິລາ​ແຫ່ງ​ຊາດ ຊຽງ​ຂວາງ ເກມ ຄັ້ງ​ທີ XI ໄດ້​ເປີດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ເຮັດ​ໃຫ້​ບັນຍາກາດ​ ມວນ​ຊົນ​ທີ່​ເຂົ້າ​ຮັບ​ຊົມ​ທັງ​ໃນ​ສະໜາມ ແລະ ນອກ​ສະໜາມມີ​ຄວາມ​ຟົດຟື້ນ ແລະ ປະ​ທັບ​ໃຈ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/12/2022