ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ນຳພັກ-ລັດ ວາງ​ກະຕ່າ​ດອກ​ໄມ້ ທີ່ອະນຸສາວະລີບັນດາອະດີດຜູ້ນຳພັກ-ລັດ
ເນື່ອງໃນໂອກາດເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI


    ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 14 ທັນວາ 2022, ການນຳ​ຂັ້ນ​ສູງພັກ-ລັດ ແລະ ການນຳແຂວງ​ຊຽງ​ຂວາງ ນຳ​ໂດຍ ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ​ແຫ່ງ ​ສປປ ລາວ, ສະຫາຍ ບຸນ​ຈັນ ສີວົງພັນ ກຳມະການ​ສູນ​ກາງພັກ ເລຂາພັກແຂວງ ເຈົ້າແຂວງ ແຂວງ​ຊຽງ​ຂວາງ ທັງ​ເປັນປະທານຈັດ​ງານ​ມະ​ຫະ​ກຳ​ກິລາ​ແຫ່ງຊາດ ຄັ້ງ​ທີ XI ພ້ອມ​ດ້ວຍ​ຄະນະໄດ້ເຂົ້າວາງ​ກະຕ່າ​ດອກ​ໄມ້ຢູ່ອະນຸ​ສາວະລີ ປະທານ ໄກສອນ ພົມ​ວິຫານ, ອະ​ນຸ​ສາ​ວະລີ ພູມີ ວົງ​ວິຈິດ ແລະ ອະ​ນຸ​ສາ​ວະລີ ຕູ້​ຢ່າ ໄຊ​ຈູ ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງຕ້ອນຮັບ​ງານ​ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ XI ທີ່​ແຂວງ​ຊຽງຂວາງ​ເປັນ​ເຈົ້າພາບ ແລະ ວັນ​ຄ້າຍ​ວັນ​ເກີດ​ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ. ເພື່ອ​ເປັນ​ການສະແດງ​ຄວາມ​ເຄົາລົບ​ຮັກ, ຄວາມ ​ກະຕັນຍູ​ຮູ້​ບຸນຄຸນເຖິງ​ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ທີ່​ໄດ້​ອຸທິດ​ຕະຫຼອດ​ຊີວິດ​ຂອງເພິ່ນ ເພື່ອ​ຜົນ​ປະໂຫຍດ​ລວມ​ຂອງ​ຊາດ, ເພື່ອ​ອະ ນາຄົດ​ຂອງ​ລູກ​ຫຼານ​ປະຊາຊົນບັນດາເຜົ່າ, ເພິ່ນ​ໄດ້​ສຸມສະຕິ​ປັນຍາ​ເຂົ້າ​ໃນ​ການ​ນຳພາຂະ​ບວນ​ການ​ຕໍ່ສູ້ຕ້ານ​ການ​ຮຸກ​ຮານຂອງ​ພວກ​ຈັກກະພັດ​ຕ່າງ​ດ້າວ ຈົນ​ ສາມາດ​ຍາດ​ໄດ້ໄຊຊະນະ ແລະ ນຳ​ເອົາ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ມາສູ່​ປະຊາຊົນ​ລາວ​ບັນດາເຜົ່າ, ຜົນງານ ແລະ ຄຸນງາມຄວາມດີ​ຂອງ​ເພິ່ນແມ່ນ​ໄດ້​ຖືກ​ຈາລຶກ​ໄວ້ ໃນ​ຄວາມ​ຊົງ​ຈຳຂອງ​ປະຊາຊົນ​ລາວ​ບັນດາເຜົ່າຕະຫຼອດ​ກາລະ​ນານ. ທັງ​ເປັນ​ການສະແດງ​ເຖິງ​ຄວາມ​ເຄົາລົບ​ຮັກ, ລະນຶກ​ເຖິງ​ຄຸນງາມຄວາມດີ ແລະ ຜົນງານ ​ອັນ​ໃຫຍ່​ຫຼວງ​ຂອງ ທ່ານ ພູມີ ວົງ​ວິຈິດ ໃນ​ພາລະກິດ​ຕໍ່ສູ້​ກູ້​ຊາດ ເພິ່ນ​ໄດ້​ເປັນ​ຜູ້ນຳ​ທີ່​ມີ​ບົດບາດ​ສຳຄັນ​ໃນ​ຂົງເຂດ​ການ​ສຶກ​ສາ​ຂອງ​ລາວ ທັງ​ເປັນ​ນັກ​ກະວີ, ນັກ​ອັກສອນສາດ, ນັກ​ການເມືອງ​ທີ່​ດີເດັ່ນ​ຂອງ​ຊາດ ໃນ​ພາລະກິດ​ຕໍ່ສູ້​ກູ້​ຊາດ ແລະ ໄລຍະ​ປະຕິບັດ 2 ໜ້າທີ່​ຍຸດ​ທະ​ສາດ ຄື: ປົກ​ປັກ​ຮັກສາ ແລະ ສ້າງສາ​ປະ ເທດຊາດ. ພ້ອມ​ນັ້ນ, ຍັງ​ເປັນການສະແດງ​ຄວາມ​ເຄົາລົບ​ຮັກ, ກະຕັນຍູ​ຮູ້​ບຸນຄຸນ, ລະນຶກ​ເຖິງ​ຄຸນງາມຄວາມດີ ແລະ ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ ທ່ານ ຕູ້​ຢ່າ ໄຊ​ຈູ ໃນ​ພາລະກິດ​ຕໍ່ສູ້​ກູ້​ຊາດ, ທ່ານ ຕູ້​ຢ່າ ໄຊ​ຈູ ເປັນ​ວິລະ​ຊົນ​ແຫ່ງຊາດລາວ, ເປັນ​ນາຍທະຫານຜູ້ມີ​ໄຫວ​ພິກ, ສະຫຼາດ​ສ່ອງ​ໃສ ແລະ ວ່ອງໄວ, ເພິ່ນ​ໄດ້​ທຸ່ມ ​ ເທສະ​ຕິ​ປັນຍາ ແລະ ເສຍສະຫຼະ​ເລືອດ​ເນື້ອ​ເຫື່ອແຮງ​ເພື່ອ​ປະເທດ​ຊາດ, ເພື່ອ​ປະຊາຊົນ ແລະ ເພື່ອ​ການ​ປະຕິວັດ​ລາວ.

     ແຫຼ່ງທີ່ມາ: ໂຊເລ້
ວັນທີ 15/12/2022