ປະກາດການແຕ່ງຕັ້ງຮອງປະທານ ແລະ ກຳມະການຄະນະກຳມະການ ປກຊ-ປກສ ແຂວງວຽງຈັນ
ວັນທີ 14 ທັນວາ 2022 ນີ້, ກອງບັນຊາການທະຫານແຂວງວຽງຈັນ,ໄດ້ຈັດພິທີປະກາດແຕ່ງຕັ້ງຮອງປະທານ ແລະ
ກຳມະການຄະນະກຳມະການປ້ອງ
ກັນຊາດ-ປ້ອງກັນຄວາມສະຫງົບແຂວງວຽງຈັນ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ຈັນທອງ ສອນຕະອາດ
ຮອງປະທານຄະນະກຳມະ
ການ ປກຊ-ປກສ ສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຈັດຕະວາ ບຸນມາ ວົງດາລາແສນ
ຮອງປະທານຜູ້ປະຈຳການຄະນະກຳ
ມະການ ປກຊ-ປກສ ແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງວຽງຈັນ, ມີຮອງເຈົ້າແຂວງ, ຜູ້ຕາງໜ້າຈາກຫ້ອງການ ປກຊ-ປກສ
ສູນ
ກາງ ແລະ
ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ສະຫາຍ ພົນຈັດຕະວາ ບຸນມາ ວົງດາລາແສນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງວຽງຈັນ ໄດ້ລາຍງານສະພາບການຈັດຕັ້ງ ປະຕິບັດວຽກງານ ປກຊ-ປກສ, ໄລຍະຜ່ານມາໃຫ້ຊາບ, ໂດຍໄດ້ຮັບການຊີ້ນຳໂດຍກົງຈາກສູນກາງ, ເຮັດໃຫ້ການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບພາຍໃນແຂວງໄດ້ຮັບໝາກຜົນສູງ, ພະນັກງານ, ທະຫານ, ຕຳຫຼວດ, ຕະຫຼອດຮອດປະຊາຊົນບັນດາເຜົ່າແມ່ນມີແນວຄິດອຸ່ນອຽນທຸ່ນ ທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເປັນເຈົ້າການປະກອບສ່ວນເຂົ້າໃນວຽກງານ ປກຊ-ປກສ ເປັນຢ່າງດີ, ຈາກນັ້ນ, ສະຫາຍ ພັນເອກ ວຽງໄຊ ສຸລິວົງ ຮອງຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ, ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຮອງ ແລະ ກຳມະ ການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງວຽງຈັນ. ໃນນີ້, ໄດ້ແຕ່ງຕັ້ງ ສະຫາຍ ພັນເອກສົມຄິດ ດວງພະຈັນ ຫົວໜ້າກອງບັນຊາ ການ ປກສ ແຂວງ ເປັນຮອງປະທານ, ສະຫາຍ ພັນໂທ ສິງຄຳ ທິບພະວົງ ຫົວໜ້າຫ້ອງການ ປກຊ-ປກສ ແຂວງ ເປັນກຳມະການ.
ໂອກາດນີ້, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ຮຽກຮ້ອງ ໃຫ້ບັນດາສະຫາຍການນຳແຂວງ, ຄະນະກຳມະການ ປກຊ-ປກສ ແຂວງ ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ກໍຄືທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງເອົາໃຈໃສ່ເຮັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປົກປັກຮັກສາ ແລະ ສ້າງສາພັດທະນາແຂວງວຽງຈັນໃຫ້ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ,ເນັ້ນໜັກໃຫ້ກຳລັງ ປກຊ-ປກສ ແຂວງ ເອົາໃຈໃສ່ເປັນເສນາທິການ ເພື່ອຕອບຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດເກີດຂຶ້ນ, ໂດຍຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງໃນຂອບເຂດຂອງຕົນຮັບຜິດຊອບ, ປຸກລະດົມຊຸກຍູ້ປະຊາຊົນມີສ່ວນຮ່ວມໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ຫຼາຍຂຶ້ນ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.
ແຫຼ່ງທີ່ມາ: ຈັນທະຈອນ ສີສະເກດ
ວັນທີ 19/12/2022