ປະກາດການຈັດຕັ້ງຂັ້ນພະແນກ, ກອງພັນ, ກອງຮ້ອຍນັກຮຽນ ແລະ
ພະນັກງານຊ່ວຍວຽກຂອງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ
ພິທີປະກາດການຈັດຕັ້ງຂັ້ນພະແນກ, ກອງພັນ, ກອງຮ້ອຍນັກຮຽນ ແລະ ພະນັກງານຊ່ວຍວຽກຂອງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຈັດຂຶ້ນ ໃນວັນທີ 16 ມີນາ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ- ຄະນະບັນຊາ ກົມກອງ, ຫ້ອງການ, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ແລະ ພະນັກງານທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ເຂົ້າຮ່ວມ. ຮອງຫົວໜ້າກົມພະ ນັກງານກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກ, ກອງພັນ, ກອງຮ້ອຍນັກຮຽນ ແລະ ພະນັກງານຊ່ວຍວຽກຂອງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ.
ໃນນີ້, ກົມໃຫຍ່ການເມືອງກອງທັບໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ອຸໄລກອນ ກົມມະເມືອງ ເປັນຫົວໜ້າພະແນກຈັດຕັ້ງພັກ, ສະຫາຍ ຮ້ອຍເອກ ເກດສະໜາ ພັນມະນີ ເປັນຮອງ, ສະຫາຍ ພັນໂທ ແກ້ວມະນີ ພິມມະສອນ ເປັນຫົວໜ້າພະແນກພະນັກງານ, ສະຫາຍ ພັນຕີ ສຸວັນນີ ບຸດທະວົງ ເປັນຮອງ, ສະຫາຍ ພັນໂທ ແຫວນຄຳ ສຸກພາວັນ ເປັນຫົວໜ້າພະແນກໂຄສະນາ-ກໍ່ສ້າງຮາກຖານ, ສະຫາຍ ຮ້ອຍເອກ ທອງເພັດ ໄຊຍະເພັນ ເປັນຮອງ, ສະຫາຍ ພັນ ໂທ ເຄນທອງ ແສງສະຫວັດ ເປັນຫົວໜ້າພະແນກນະໂຍບາຍ, ສະຫາຍ ພັນຕີ ວຽງສະຫວັນ ໄຊຍະວົງສອນ ເປັນຮອງ, ສະຫາຍ ພັນຕີ ບົວລອຍ ພົມມະວົງ ສາ ເປັນຫົວໜ້າພະແນກກວດກາ, ສະຫາຍ ພັນຕີ ພອນທິບ ສີສຸກຸນ ເປັນຮອງ, ຮ້ອຍເອກ ນ້ອຍພວງມີໄຊ ເປັນຫົວໜ້າພະແນກປ້ອງກັນພາຍໃນ, ສະຫາຍ ຮ້ອຍໂທ ສອນນາລີ ໄຊສົມບັດ ເປັນຮອງ, ສະຫາຍ ພັນຕີ ບູລ່ຽມ ຄຳໄຊ ເປັນຫົວໜ້າພະແນກໄອຍະການ, ສະຫາຍ ພັນຕີ ນາງ ມະໄລສອນ ມຽງເຮືອງ ທອງ ເປັນຫົວໜ້າພະແນກສະຫະພັນແມ່ຍິງ, ສະຫາຍ ພັນໂທ ພອນວິໄລ ເຮື່ອງຄຳທີ ເປັນຫົວໜ້າພະແນກຊາວໜຸ່ມ, ສະຫາຍ ພັນຕີ ວຽງໄຟ ສຸວິສິດ ເປັນ ຮອງ, ສະຫາຍ ພັນໂທ ນາງ ວັນຊະນະ ສີວົງຊຳ ເປັນຫົວໜ້າພະແນກປະກັນສັງຄົມ, ສະຫາຍ ພັນໂທ ນາງ ຜິວພອນ ພິມມະສອນ ເປັນຮອງ, ສະຫາຍ ຮ້ອຍ ເອກ ກ່ຳແກ້ວອິນທະເພັງ ເປັນຫົວໜ້າພະແນກບໍລິຫານ-ສັງລວມຫ້ອງການເມືອງ, ສະຫາຍ ພັນໂທ ນາງ ພອນແກ້ວ ຫຼວງອັກຄະວົງ ເປັນຮອງ, ສະຫາຍ ພັນໂທ ສີວອນ ພົມສີຈັນ ເປັນຫົວໜ້າພະແນກແຜນການ-ສັງລວມຫ້ອງການ, ສະຫາຍ ພັນໂທ ສົມສະໝຸດ ເປັນຮອງ, ສະຫາຍ ພັນໂທ ສຸກິນດາ ເປັນຫົວ ໜ້າພະແນກກຳລັງພົນ, ສະຫາຍ ພັນຕີ ຫຼຽນໄຊ ໝື່ນແສນ ເປັນຮອງ, ສະຫາຍ ພັນຕີ ວິລັກ ວັນແກ້ວທານິນ ເປັນຫົວໜ້າພະແນກລະບຽບ-ກິລາ, ສະຫາຍ ພັນຕີ ສົມສະໜຸກ ໄຊສົມແພງ ເປັນຮອງ, ສະຫາຍ ພັນຕີ ສາຍເພັດ ທຳມະວົງສາ ເປັນຫົວໜ້າພະແນກພົວພັນ-ພິທີການ, ສະຫາຍ ພັນຕີ ດວງແກ້ວ ພັນ ທະລິດ ເປັນຮອງ, ສະຫາຍ ພັນຕີ ພູນສະຫວັນ ກອງມະນີ ເປັນຫົວໜ້າພະແນກບໍລິຫານຫ້ອງການ, ສະຫາຍ ຮ້ອຍເອກ ສົມໄພວັນ ໄຊຍະພົນ ເປັນຮອງ, ສະຫາຍ ພັນໂທ ບົວທອງ ແກ້ວພາວົງ ເປັນຫົວໜ້າພະແນກການເງິນ, ສະຫາຍ ພັນຕີ ນາງ ສາຍສະໝອນ ອຸທະໄກສອນ ເປັນຮອງ, ສະຫາຍ ພັນໂທ ສີ ວອນ ສຸວັນນະລັງສີ ເປັນຫົວ ໜ້າພະແນກກໍ່ສ້າງ-ຄຸ້ມຄອງຊັບສິນ, ສະຫາຍ ພັນໂທ ບຸນຍົງ ແສງສະຫວ່າງ ເປັນຮອງ, ສະຫາຍ ພັນຕີ ທອນສະຫວັນ ຮຽງ ພອນ ເປັນຫົວໜ້າພະແນກນ້ຳມັນເຊື້ອໄຟ, ສະຫາຍ ພັນຕີ ບຸນເລີດ ແສງຄຳຢອງ ເປັນຮອງຫົວໜ້າພະແນກອຸປະໂພກ-ບໍລິໂພກ, ສະຫາຍ ພັນຕີ ພົມມາ ອຸ ດົມສຸກ ເປັນຫົວໜ້າພະແນກຄຸ້ມຄອງອາວຸດ-ກະສຸນ, ສະຫາຍ ພັນຕີ ທອງສຸກ ອຸດົມພອນ ເປັນຫົວໜ້າພະແນກຄຸ້ມຄອງລົດ. ນອກນັ້ນ, ຍັງໄດ້ແຕ່ງຕັ້ງບັນ ດາຫົວໜ້າ, ຮອງຫົວໜ້າກອງພັນ ແລະ ກອງຮ້ອຍນັກຮຽນ, ແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າພະແນກ ແລະ ພະນັກງານຊ່ວຍວຽກຂອງຫ້ອງການສຶກສາໂຮງ ຮຽນວັດທະນະທຳຊົນເຜົ່າກອງທັບຈຳນວນໜຶ່ງຕື່ມອີກ.
ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ເນັ້ນໜັກໃຫ້ພະນັກງານທີ່ໄດ້ຮັບການແຕ່ງຕັ້ງມອບໝາຍໜ້າທີ່ໃນຄັ້ງນີ້, ພ້ອມກັນສືບຕໍ່ຄົ້ນຄວ້າ ບັນດາແນວທາງນະໂຍບາຍ, ມະຕິ, ຂໍ້ກຳນົດກົດລະບຽບຂອງລັດ, ຕິດພັນກັບການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດມາ ເປັນບ່ອນອີງຕົ້ນຕໍຫັນເປັນໂຄງການ, ເປັນແຜນວຽກ, ແຜນງານໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງກົມກອງ, ເພີ່ມທະວີຄວາມເປັນເຈົ້າການຕໍ່ໜ້າທີ່ ການເມືອງທີ່ໄດ້ຮັບມອບໝາຍ, ຮັດແໜ້ນຄວາມສາມັກຄີເປັນປຶກແຜ່ນພາຍໃນບົນພື້ນຖານແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຕັ້ງ ໜ້າເຝິກຝົນຫຼໍ່ຫຼອມຕົນເອງ ເພື່ອຍົກສູງຄຸນະພາບວຽກງານຮອບດ້ານຂອງຕົນ ແລະ ປະຕິບັດແນວທາງການຕ່າງປະເທດຮ່ວມມືກັບເພື່ອນມິດຍຸດທະສາດ ເພື່ອຍາດແຍ່ງເອົາທືນຊ່ວຍເຫຼືອ ແລະ ວິຊາການດ້ານຕ່າງໆມາພັດທະນາກົມກອງ, ອົງການຂອງຕົນໃຫ້ເຂັ້ມແຂງ ແລະ ທັນສະໄໝ.
ແຫຼ່ງທີ່ມາ:ໜັງສືພິມກອງທັບ
ວັນທີ 20/03/2023