ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ສ່ອງ​ແສງ​ວຽກ​ງານ​ຮອບດ້ານ 4 ແຂວງ​ພາກ​ໃຕ້ ປະຈຳ​ໄຕ​ມາດ IV


    ກອງ​ປະຊຸມ​ສ່ອງ​ແສງວຽກ​ງານ​ຮອບດ້ານ​ປະຈຳ​ໄຕ​ມາດ IV ປີ 2022 ແລະ ວາງ​ທິດທາງແຜນ ການ​ປະຈຳ​ໄຕ​ມາດ I ປີ 2023 ຂອງ​ກຳລັງ​ຫຼວງ ແລະ ກຳ ລັງ​ທ້ອງຖິ່ນ 4 ແຂວງ​ພາກ​ໃຕ້ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ທັນວານີ້, ຢູ່​ທີ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ ​ໂທ ຄຳ​ລຽງ ອຸ​ທະໄກສອນ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ຫົວໜ້າກົມໃຫຍ່​ເສນາ​ທິ​ການ​ກອງທັບ, ມີ ສະຫາຍ ພົນ​ຈັດຕະວາ ສຸ​ໄກ ພິມ​ມະ​ສານ ຫົວໜ້າ​ການ​ທະຫານກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ, ມີ​ຕາງໜ້າຈາກ 12 ກົມ​ກອງ ຢູ່ 4 ແຂວງພາກໃຕ້ເຂົ້າ​ຮ່ວມ.

     ໃນ​ກອງ​ປະຊຸມ, ບັນດາກົມ​ກອງ​ໄດ້​ຜັດປ່ຽນ​ກັນ​ລາຍ​ງານ​ສະພາບ​ການ​ທີ່​ພົ້ນ​ເດັ່ນ​ທີ່​ເກີດ​ຂຶ້ນ​ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ​ລວມ​ທັງ​ຜົນງານ ​ການເຄື່ອນໄຫວ​ຈັດ​ຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ ໂດຍ​ພື້ນຖານ​ແລ້ວຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ກົມ​ກອງໄດ້​ເປັນ​ເຈົ້າ​ການ​ຊີ້​ນຳ-ນຳພາ, ເອົາໃຈໃສ່​ສຶກ​ສາ ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດໃຫ້​ແກ່​ພະນັກງານ-ນັກຮົບດ້ວຍ​ການຈັດຕັ້ງ​ເຊື່ອມ​ຊຶມ​ມູນເຊື້ອວັນ​ປະຫວັດສາດ​ສຳຄັນ​ຕ່າງໆ ຂອງ​ຊາດ, ຂອງ​ພັກ ແລະ ຂອງ​ກອງທັບ ໂດຍ​ຕິດ​ພັນ​ກັບການດຳເນີນຊີວິດ​ການເມືອງປົວແປງພາຍ​ໃນ​ພັກ, ອົງ​ການຈັດຕັ້ງມະຫາຊົນຢ່າງ​ເປັນ​ປົກກະຕິຕໍ່ເນື່ອງ, ສາມາດ​ສ້າງ​ໄດ້ພະນັກ ງານ-ນັກຮົບ​ດີເດັ່ນ​ທີ່​ມີຄວາມສາມາດນຳພາ-ບັນຊາ, ມີ​ຄວາມຮັບຜິດຊອບ​ສູງໃນ​ານຈັດຕັ້ງ​ປະຕິບັດໜ້າທີ່​ວຽກ​ງານ​ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້, ໄດ້​ປັບປຸງ​ບູ ລະນະ​ການຈັດຕັ້ງ​ແຕ່​ລະ​ຂັ້ນໃຫ້​ມີ​ຄວາມ​ໜັກແໜ້ນ​ເຂັ້ມແຂງ, ປະຕິບັດ​ນະໂຍບາຍ​ຕໍ່​ພະນັກງານ-ນັກຮົບ​ທີ່​ມີ​ຜົນງານ​ດີເດັ່ນ, ຍ້ອງຍໍ​ເລື່ອນ​ຊັ້ນ, ມອບ​ໝາຍ​ ໜ້າທີ່​ຕາມ​ພາລະ​ບົດບາດ​ວິຊາ​ສະເພາະ​ຂອງ​ແຕ່​ລະ​ສະຫາຍ, ໄດ້​ຈັດ​ຕັ້ງ​ອົບຮົມ-ຫັດ​ແອບ​ການເມືອງ, ການທະຫານ, ພະລາທິການ-ເຕັກນິກ. ນອກ​ນັ້ນ ຍັງ​ໄດ້​ ຈັດ​ຕັ້ງ​ເຄື່ອນໄຫວກວດກາ​ສາລະ​ເວ​ຕາມ​ຂອບ​ເຂດ​ຄວາມ​ຮັບຜິດຊອບ, ປ້ອງ​ກັນ​ເວນຍາມ​ທີ່​ຕັ້ງ, ຈັດ​ຕັ້ງ​ກຳລັງ​ປ້ອງ​ກັນ​ແຂກ​ທີ່​ມາຢ້ຽມຢາມກົມ​ກອງຮັບປະ ກັນ​ມີ​ຄວາມ​ສະຫງົບ​ປອດ​ໄພ 100%, ໄດ້​ຄຸ້ມ​ຄອງ​ບົວລະບັດ​ຜັດ​ເຊັດ​ວັດຖຸ, ກວດກາ​ພາຫະນະເຕັກນິກບໍ່ໃຫ້​ເປ້ເພ ແລະ ຕົກເຮ່ຍ​ເສຍ​ຫາຍ, ຮັບປະກັນ​ ໃຫ້​ແກ່​ວຽກ​ງານກຽມພ້ອມ​ສູ້​ຮົບ ແລະ ຮັບ​ໃຊ້​ເຂົ້າ​ໃນ​ການເຝິກແອບ​ຮ່ຳຮຽນ​ແຕ່​ລະ​ໄລຍະ, ວຽກ​ງານ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ແມ່ນ​ໄດ້​ຊຸກຍູ້​ພະນັກງານ-ນັກ ຮົບສຸມ​ໃສ່​ການ​ປູກຝັງ-ລ້ຽງສັດຕາມ​ລະດູ​ການ​ ເພື່ອ​ຮັບປະກັນ​ຕອບ​ສະໜອງ​ອາຫານ​ໃຫ້​ແກ່​ກົມ​ກອງ ແລະ ຄຸ້ມ​ຄອງ​ການ​ກິນ-ຢູ່​ຕາມ​ລະບອບ​ອັດຕາ​ທີ່​ຂັ້ນ ​ ເທິງ​ກຳນົດ​ໃຫ້, ເອົາໃຈໃສ່​ປັບປຸງກໍ່ສ້າງ​ກົມ​ກອງ, ປະດັບ​ປະດາຄ້າຍຄູ​ໃຫ້​ເປັນ​ລະບຽບ​ຮຽບ​ຮ້ອຍ​ສະອາດ​ຈົບງາມຖືກ​ຕາມ​ທິດ​ທາງ​ການ​ສ້າງ​ກອງ​ວັດທະນະ ທຳ​ທີ່​ຂັ້ນ​ເທິງ​ວາງ​ອອກ.

     ໂອກາດ​ນີ້, ສະຫາຍ ພົນໂທ ຄຳ​ລຽງ ອຸ​ທະ​ໄກສອນ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍຕໍ່ບັນດາ​ຜົນງານ​ທີ່​ບັນດາ​ກົມ​ກອງຍາດມາ​ໄດ້ ພ້ອມ​ທັງ​ໄດ້ເນັ້ນ ໜັກໃຫ້​ຄະນະ​ພັກ-ຄະນະ​ບັນຊາແຕ່ລະ​ຫົວໜ່ວຍ​ກົມ​ກອງ ຈົ່ງ​ສືບຕໍ່​ນຳພາ-ຊີ້​ນຳ ແລະ ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ທີ່​ຍັງ​ຄົງ​ຄ້າງ ໂດຍສະເພາະ​ແມ່ນ​ຕ້ອງ​ສຸມ​ໃສ່​ ຈັດ​ຕັ້ງປະຕິບັດ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ແລະ ສືບຕໍ່ສ້າງຂະ​ບວນ​ການ​ດ້ານ​ຕ່າງໆ​ ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ​ ໃຫ້​ມີ​ບັນຍາກາດ​ຟົດຟື້ນ​ແຂງແຮງ.

ແຫຼ່ງທີ່ມາ: ວິໄລພອນ ວົງວິສອນ
ວັນທີ 20/12/2022