ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະດັບ​ຫຼຽນ​ກາ​ລະນຶກ 65 ປີ ຂອງ​ຊາວ​ໜຸ່ມ ​ປະຊາຊົນ​ປະຕິວັດ​ລາວ
​ໃຫ້​ບຸກຄົນ ແລະ ກົມ​ກອງ​ລວມ​ໝູ່


   ວັນ​ທີ 16 ມີນາ 2023 ນີ້, ຢູ່​ທີ່​ສະໂມສອນ​ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຈັດ​ພິທີ​ປະດັບ​ຫຼຽນ​ກາ​ລະນຶກ 65 ປີ ຂອງ​ຊາວໜຸ່ມປະຊາຊົນປະຕິວັດ​ລາວ ໂດຍ​ການ​ເຂົ້າ​ຮ່ວມ​ຂອງສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະໄກສອນ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີສະ ຫາຍ ມອນ​ໄຊ ລາວ​ມົວ​ຊົ່ງ ກຳມະການ​ສຳຮອງ​ສູນ​ກາງ​ພັກ, ເລຂາ​ຄະນະບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ, ມີ​ຄະນະນຳ​ກະຊວງ​ປ້ອງ​ກັນ ປະເທດ, ການ​ນຳ​ກົມ​ໃຫຍ່​ການເມືອງ​ກອງທັບ, ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ, ຄະນະ​ພັກ-ຄະນະ​ບັນຊາ ພ້ອມ​ດ້ວຍ​ຄະນະ​ນຳ​ຊາວ​ໜຸ່ມ​ກົມ​ກອງ ຮາກ​ຖານ​ອ້ອມ​ຂ້າງ​ກະຊວງ​ປ້ອງ​ກັນ​ປະເທດເຂົ້າ​ຮ່ວມ.

    ສະຫາຍ ພັນ​ໂທ ຫົງ​ທອງ ສີ​ຊາ​ນົນ ຮອງ​ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ປະດັບ​ ຫຼຽນ​ກາ​ລະນຶກ 65 ປີ ວັນ​ສ້າງຕັ້ງ​ຊາວ​ໜຸ່ມ​ປະ ຊາຊົນ​ປະຕິວັດ​ລາວໃຫ້​ບຸກຄົນ ແລະ ກົມ​ກອງ​ລວມ​ໝູ່ຂອງ​ກະຊວງ​ປ້ອງ​ກັນ​ປະເທດ. ໃນ​ນີ້, ຕົກລົງ​ມອບ​ ຫຼຽນ​ກາ​ລະນຶກ 65 ປີ ໃຫ້​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ, ຄະນະ​ນຳ​ກົມ​ໃຫຍ່​ການເມືອງ​ກອງທັບ ຈຳນວນ 7 ສະຫາຍ​ຄື: ສະຫາຍ ພົນ​ໂທ ​ປອ ທອງ ​ລອຍ ສີ​ລິ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ຮອງ​ລັດຖະມົນຕີ​ ກະຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ສະຫາຍ ພົນ​ຕີ ​ປອ ວົງ​ຄຳ ພົມ​ມະກອນ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ສະ ຫາຍ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ສະຫາຍ ພົນ​ຕີ ສອນ​ທອງ ພົມ​ລາ​ວົງ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງ ທັບ, ສະຫາຍ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ສະຫາຍ ພົນ​ຈັດຕະວາ ພູມີ ດາລາ​ເພັດ ຮອງ​ຫົວໜ້າ​ກົມ​ໃຫຍ່​ການ ເມືອງ​ກອງທັບ, ໂດຍ​ການ​ມອບ​ຂອງ ​ສະຫາຍ ມອນ​ໄຊ ລາວ​ມົວ​ຊົ່ງ.

   ນອກ​ນັ້ນ, ຍັງ​ໄດ້​ມອບ​ໃຫ້​ພະນັກງານ​ຫຼັກ​ແຫຼ່ງ​ຂອງ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ​ໃນ​ອະດີດ ແລະ ປັດຈຸບັນ ຈຳນວນ 11 ສະຫາຍ, ມອບ​ໃຫ້​ການຈັດຕັ້ງ ກົມ​ກອງ​ລວມ​ໝູ່​ທີ່​ຂຶ້ນ​ກັບ​ກະຊວງ​ປ້ອງ​ກັນ​ປະເທດ 25 ກົມ​ກອງ, ມອບ​ໃຫ້​ການຈັດຕັ້ງ​ຊາວ​ໜຸ່ມ​ກົມ​ກອງ​ອ້ອມ​ຂ້າງ​ກະຊວງ​ປ້ອງ​ກັນ​ປະເທດ 22 ກົມ​ກອງ ໂດຍ​ການ​ມອບ​ຂອງສະຫາຍ ພົນ​ຕີ ວໍ​ລິ​ສານ ວິລັດ​ດາ​ວົງ. ພ້ອມ​ດຽວ​ກັນ​ນີ້, ຍັງ​ໄດ້​ຮັບ​ຟັງ​ການ​ປາຖະກະຖາ​ວັນ​ສ້າງຕັ້ງ​ຄະນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ ລາວ​ຄົບຮອບ 68 ປີ ຈາກ ສະຫາຍ ມອນ​ໄຊ ລາວ​ມົ່ວ​ຊົງ ຕື່ມ​ອີກ.

    ແຫຼ່ງທີ່ມາ:ໜັງສືພິມກອງທັບ
ວັນທີ 21/03/2023