ຫົວໜ້າກົມໃຫຍ່ເສນາທິການກອງທັບ ພົບປະໂອ້ລົມນາຍທະຫານຢູ່ທະຫານແຂວງຈຳປາສັກ
ວັນທີ 19 ທັນວາ 2022 ນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ຫົວໜ້າກົມ
ໃຫຍ່ເສນາທິການກອງທັບ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມນາຍທະຫານຢູ່ກອງບັນຊາການທະຫານແຂວງຈຳປາສັກ, ໂດຍການຕ້ອນຮັບຂອງ
ສະຫາຍ ພົນຈັດຕະວາ ສຸໄກ ພີມມະສານ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ,
ມີຄະນະ
ພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ 9 ຕົວເມືອງ 1 ນະຄອນ, ກອງພັນ, ກອງຮ້ອຍເອກະລາດ,
ກອງຮ້ອຍທະຫານຊາຍແດນ
ບັນດາພະແນກການ, ກົມກອງອ້ອມຂ້າງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສຸໄກ ພີມມະສານ ໄດ້ລາຍງານຫຍໍ້ກ່ຽວກັບສະພາບຈຸດພິເສດ, ຂອບເຂດທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ການເມືອງຂອງ ກົມກອງ ຜ່ານການຈັດຕັ້ງປະຕິບັດເຄື່ອນໄຫວໜ້າທີ່ການເມືອງໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ສຶກສາອົບຮົມນຳພາ-ຊີ້ນຳບັນດາກົມ ກອງຮາກຖານເຮັດວຽກງານການເມືອງດ້ວຍຄວາມຮັບຜິດຊອບສູງ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ຫັນເຂົ້າສູ່ໜ້າວຽກຕົວຈິງ ແລະ ມີຫຼາຍໜ້າວຽກມີຜົນສຳເລັດ, ໂດຍສະເພາະແມ່ນການຈັດຕັ້ງພິທີປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 47 ປີ, ສຳ ເລັດການຈັດຕັ້ງພິທີປະກາດກົມກອງແຮກສ່ຽວລະຫວ່າງກອງຮ້ອຍທະຫານຊາຍແດນ 522 ກັບ 3 ບ້ານຄື: ບ້ານໃຫຍ່ ເວີນໄຊ, ບ້ານໜອງໄຮທ່າ ແລະ ບ້ານຄັນຍາງ ເມືອງໂພນທອງ ແຂວງຈຳປາສັກ, ໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າປືກສາຫາລືຕໍ່ກັບການປັບປຸງຍົກລະດັບແບບແຜນວິທີການນຳພາ-ບັນຊາ ສາມາດຍາດໄດ້ຜົນງານໃນຫຼາຍດ້ານ. ນອກນັ້ນ, ກໍໄດ້ນຳເອົາບັນດາເອກະສານ, ນິຕິກຳຕ່າງໆເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄຳ ສັ່ງຂອງຂັ້ນເທິງ, ວັນບຸນສຳຄັນທາງປະຫວັດສາດຢ່າງເປັນຂະບວນກວ້າງຂວາງ, ວຽກງານກໍ່ສ້າງພັກ, ພະນັກງານ, ອົງການຈັດຕັ້ງມະຫາຊົນ ແລະ ຍັງໄດ້ຖື ເອົາການປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳຕາມແນວທາງຂອງພັກມາຈັດຕັ້ງປະຕິບັດເຂົ້າໃນແຜນວຽກຕົວຈິງຢ່າງຖືກຕ້ອງ ແລະ ກວ້າງຂວາງ.
ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍ່ໄດ້ໂອ້ລົມ ແລະ ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ທາງກອງບັນຊາການທະຫານແຂວງຈຳປາສັກ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນເປັນເຈົ້າການໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ນາຍ ແລະ ພົນທະຫານໃຫ້ມີແນວຄິດໜັກແໜ້ນ ເຂັ້ມແຂງ, ມີຄວາມບໍລິສຸດ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ລັດ, ຕໍ່ປະເທດຊາດ, ມີຄວາມຮັບຮູ້ເຊື່ອມຊຶມເຂົ້າ ໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບ ກໍຄືຂອງກົມກອງວາງອອກ, ເພີ່ມທະວີວຽກງານ ກຽມພ້ອມສູ້ຮົບ, ລະບົບປະຈຳການໃຫ້ເປັນລະບົບຄົບຊຸດ, ການປ້ອງກັນເວນຍາມຕາມສະຖານທີ່ຂອບເຂດຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ, ເພື່ອແກ້ໄຂບັນຫາປາກົດການຫຍໍ້ທໍ້ຕ່າງໆໃຫ້ທັນເວລາ, ຖືເອົາການສຳຫຼວດກວດກາຕີລາຄາປະເມີນຄຸນທາດການເມືອງຂອງສະ ມາຊິກພັກໃຫ້ແທດເໝາະຖືກຕ້ອງຕາມພາວະວິໄສທັດ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ວຽກງານໃຫ້ສູງຂຶ້ນ, ປັບປຸງແບບແຜນວິທີນຳພາ-ບັນຊາຕາມ ຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບບແຜນວິທີເຮັດວຽກຕ້ອງມີວິທະຍາສາດກ້າຄິດ, ກ້າເຮັດ, ກ້າຮັບ ຜິດຊອບ, ປັບປຸງກໍ່ສ້າງພັກ -ພະນັກງານໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ເອົາໃຈໃສ່ສ້າງກົມກອງໃຫ້ກາຍເປັນກອງ 3 ປອດ (ປອດໄພ, ປອດໃສ, ປອດຄະດີ), ປັບປຸງແບບແຜນວິທີ ເຮັດວຽກ ແລະ ການນຳພາ-ບັນຊາໃຫ້ມີລັກສະນະວິທະຍາສາດຫັນເຂົ້າສູ່ລະບຽບແບບແຜນຂອງກອງທັບທີ່ທັນສະໄໝ, ບັນດາພະນັກງານ-ນັກຮົບຕ້ອງໄດ້ ຍົກສູງຄົ້ນຄວ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ພ້ອມຍົກສູງການອົບຮົມ-ຫັດແອບວຽກງານການເມືອງ, ການທະຫານ, ພະລາທິການ, ເຕັກນິກ ເພື່ອ ຮັບປະກັນໃຫ້ແກ່ການສ້າງນາຍທະຫານຂັ້ນຕົ້ນໃຫ້ກອງທັບປະຊາຊົນລາວມີຄຸນນະພາບສູງສຸດ.
ແຫຼ່ງທີ່ມາ: ວິໄລພອນ ວົງວິສອນ
ວັນທີ 21/12/2022